spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີລ້າງສານພິດໃນຮ່າງກາຍ ດ້ວຍຕົວເອງແບບງ່າຍໆ

ວິທີລ້າງສານພິດໃນຮ່າງກາຍ ດ້ວຍຕົວເອງແບບງ່າຍໆ

Published on

ການລ້າງສານພິດອອກຈາກຮ່າງກາຍຂອງເຮົານັ້ນ ກໍມີຫຼາຍວິທີທີ່ແຕກຕ່າງກັນ ແຕ່ມື້ນີ້ ແອດມິນຈະມານໍາວິທີທີ່ທ່ານສາມາດເຮັດໄດ້ດ້ວຍຕົວເອງ ເພື່ອເຮັດໃຫ້ຮ່າງກາຍຂອງທ່ານບໍ່ມີສານພິດໃນຮ່າງກາຍ ແລະເຮັດໃຫ້ສຸຂະພາບແຂງແຮງໄດ້

  1. ກິນລ້າງສານພິດ: ໝັ່ນກິນຜັກ ແລະໝາກໄມ້ທີ່ມີປະໂຫຍດໃຫ້ຫຼາຍຂຶ້ນຈົນກາຍເປັນນິໄສ ເພາະເມື່ອເຮົາກິນຍ່ອຍແລ້ວ ເສັ້ນໃຍອາຫານຈະເຮັດໜ້າທີ່ທຳຄວາມສະອາດລຳໄສ້ ແລະກະຕຸ້ນໃຫ້ຮ່າງກາຍຂັບຖ່າຍ, ພ້ອມທັງດື່ມນໍ້າໃຫ້ຫຼາຍມື້ລະ 8 ແກ້ວ ເພື່ອປ້ອງກັນອາຫານແຂງໂຕ, ການກິນຜັກ ແລະໝາກໄມ້ນີ້ ຄວນເລືອກກິນຊະນິດທີ່ປອດໄພສານພິດ ຫຼືລ້າງຈົນແນ່ໃຈວ່າບໍ່ສານຕົກຄ້າງ
  2. ອົດລ້າງສານພິດ: ຂໍ້ດີຂອງການອົດອາຫານຄື ຕັບ ແລະລຳໄສ້ໄດ້ພັກຜ່ອນ ໂດຍສະເພາະແມ່ນ ຕັບ ເຊິ່ງເຮັດໜ້າທີ່ໜັກຫຼາຍ ເພາະທັງຍ່ອຍ, ຕອງ ແລະກຳຈັດສານພິດໃນອາຫານ, ຄົນທີ່ຕັບບໍ່ແຂງແຮງ ມັກພົບວ່າມີລະດັບຂອງການສະສົມສານພິດໃນຮ່າງກາຍສູງ, ແນວໃດກໍຕາມ ຮ່າງກາຍຍັງຕ້ອງການວິຕາມິນ, ແຮ່ທາດ ແລະນໍ້າຕານຈາກທຳມະຊາດ, ເພື່ອເປັນພະລັງງານໃນການອົດອາຫານ, ດັ່ງນັ້ນ ເຮົາຄວນກິນນໍ້າຄັ້ນຜັກ,ໝາກໄມ້
  3. ຂັບອອກທາງເຫື່ອ: ໂດຍການອົບຕົນໂຕໃຫ້ຮ້ອນ ຫຼືອອກກຳລັງກາຍ ເພື່ອກະຕຸ້ນໃຫ້ເລືອດ ແລະນໍ້າເຫຼືອງໄຫຼວຽນໄດ້ດີທົ່ວຮ່າງກາຍ, ໄຂມັນໃຕ້ຜິດໜັງຫຼຸດລົງ, ຖ້າຮ່າງກາຍເຮົາມີອຸນຫະພູມສູງຂຶ້ນ ການຍ່ອຍ ແລະເຜົາຜານກໍຈະເຮັດວຽກດີຂຶ້ນ ເຮັດໃຫ້ລະບົບປະສາດ ແລະຕ່ອມບໍ່ມີທໍ່ທັງຫຼາຍ ຖືກຕ້ອງກະຕຸ້ນ ສົ່ງຜົນໃຫ້ເຫື່ອອອກຫຼາຍ ເຊິ່ງເທົ່າກັບວ່າການຂັບຖ່າຍສິ່ງເສດເຫຼືອອອກທາງເຫື່ອ ກໍຖືກກະຕຸ້ນໃຫ້ໄດ້ເຮັດວຽກຫຼາຍກວ່າປົກກະຕິ
  4. ຂັບສານພິດອອກທາງລົມຫາຍໃຈ: ການຫາຍໃຈເຂົ້າ ຄືການສູບເອົາອົກຊີແຊນ ໄປລ້ຽງຮ່າງກາຍ ແລະດຶງເອົາກາກບອນ ກັບສິ່ງເສດເຫຼືອອື່ນໆອອກຮ່າງກາຍ, ກາກບອນ ຫາກປະໄວ້ໃນເຊວຮ່າງກາຍຫຼາຍ ຈະເຮັດໃຫ້ເຊວອ່ອນເພຍ ແລະຕາຍໄດ້ງ່າຍ, ໂດຍທົ່ວໄປ ຮ່າງກາຍເຮົາຈະບໍ່ລຳລຽງອົກຊີແຊນເຂົ້າໄດ້ຫຼາຍ ແລະຂົນກາກບອນອອກມາໃນປະລິມານທີ່ຫຼາຍພໍ ເພາະເຮົາຫາຍໃຈພຽງເຄິ່ງດຽວ ຄືຫາຍໃຈບໍ່ເລິກ, ການເຝິກສູດລົມຫາຍໃຈເຂົ້າອອກ ໃຫ້ເຕັມທີ່ເທື່ອລະ 5 ນາທີ ມື້ລະ 2 ເທື່ອ, ໃນບ່ອນທີ່ມີອາກາດບໍລິສຸດ ຈະຊ່ວຍຂັບສານພິດອອກມາທາງລົມຫາຍໃຈໄດ້
  1. ຂັບສານພິດໃນອາລົມ: ທຸກຄັ້ງທີ່ຮ່າງກາຍເກີດຄວາມເຄັ່ງຄຽດ, ລະດັບຂອງໂຮໂມນໃນຮາງກາຍຈະປ່ຽນແປງໄປຈາກສະພາບປົກກະຕິ ເຮັ່ດໃຫ້ລະບົບການເຮັດວຽກຂອງຮ່າງກາຍສັບສົນ ພູມຕ້ານທານຕໍ່າ, ລະບົບຂັບຖ່າຍຜິດປົກກະຕິ, ການນັ່ງສະມາທິມື້ລະ 15 ນາທີ ຫຼືການຫາວິທີຜ່ອນຄາຍອາລົມດ້ວຍວິທີການຕ່າງໆ ກໍຈະຊ່ວຍກຳຈັດສານພິດອອກຈາກຮ່າງກາຍໄດ້

ວິທີນີ້ທຸກທ່ານສາມາດເຮັດເອງໄດ້ ແລະເຮັດໄດ້ທັນທີ ເພື່ອເຮັດໃຫ້ສຸຂະພາບແຂງແຮງ ບໍ່ແມ່ນວ່າຖ້າຮ່າງກາຍອ່ອນເພຍ ຫຼືບໍ່ສະບາຍກ່ອນເຮັດ ເພາະບາງຄັ້ງອາດຊ້າເກີນໄປໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...