spot_img
Homeຂ່າວເຫດການວັງວຽງ ມິວຊິກ ເຟສ 2016 ຈະຈັດຂຶ້ນໃນທ້າຍປີນີ້

ວັງວຽງ ມິວຊິກ ເຟສ 2016 ຈະຈັດຂຶ້ນໃນທ້າຍປີນີ້

Published on

ບໍລິສັດສາມາດ ອີເວັ້ນອໍແກນນາຍເຊີ້ ຈຳກັດ ໄດ້ມີພິທີຖະແຫຼງຂ່າວ ກ່ຽວກັບການຈັດງານ ວັງວຽງ ມິວຊິກ ເຟສ 2016 ຂຶ້ນໃນະຄອນຫຼວງວຽງຈັນວັນທີ 8 ພະຈິກນີ້ ທີນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ອານຸລັກ ປະຖຳມະວົງ ຜູ້ອຳນວຍການ ບໍລິສັດ ສາມາດ ອີເວັ້ນອໍແກນນາຍເຊີ້ ຈຳກັດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພວງ ອິນທະວົງສີ ຫົວໜ້າກົມສິລະປະ ການສະແດງ, ມີຮອງປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ງານມະຫາກຳ ດົນຕີ ນານາຊາດ ວັງວຽງ ມິວຊິກ ເຟສ ຈະໄດ້ຈັດຂຶ້ນເປັນຄັ້ງທີ 2 ໃນວັນທີ 16-17 ທັນວາ 2016 ທີ່ຖໍ້າລົມ ວັງວຽງ ແຂວງວຽງຈັນ, ພາຍໃນງານດັ່ງກ່າວ ທ່ານຈະໄດ້ພົບກັບ ສິລະປິນທີ່ມີຊື່ສຽງຈາກຄ້າຍເພງ Indee Record, ຈາກປະເທດເພື່ອນບ້ານ ມີສອງວົງທີ່ຈະມາຄື Labanoon, Big Ass ແລະ DJ ທີ່ດັງມາຈາກ 6 ປະເທດເຊັ່ນ: ລາວ, ຫວຽດນາມ, ອາເມລິກາ, ອີຕາລີ, ຢູເຄນ ແລະຟີລິບປິນ

ການຈັດງານໃນຄັ້ງນີ້ ກໍເພື່ອສົ່ງເສີມການທ່ອງທ່ຽວເມືອງວັງວຽງ ແລະງານດັ່ງກ່າວ ຈະສາມາດດຶງດູດແຂກ ທີ່ມາຈາກພາຍໃນ ແລະຕ່າງປະເທດ ໃຫ້ມາທ່ອງທ່ຽວ ຫຼາຍຂຶ້ນກວ່າເກົ່າ, ພ້ອມນັ້ນ ຍັງສ້າງລາຍໄດ້ ໃຫ້ກັບປະຊາຊົນໃນເມືອງວັງວຽງອີກດ້ວຍ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...