spot_img
Homeຂ່າວທ້ອງຖິ່ນລົດເມ ນວ ຈະເປີດໃຫ້ບໍລິການເກືອບທຸກສາຍອີກຄັ້ງ! ສ່ວນສາຍຕ່າງແຂວງ ແລະ ຕ່າງປະເທດຍັງບໍ່ມີກຳນົດເປີດ

ລົດເມ ນວ ຈະເປີດໃຫ້ບໍລິການເກືອບທຸກສາຍອີກຄັ້ງ! ສ່ວນສາຍຕ່າງແຂວງ ແລະ ຕ່າງປະເທດຍັງບໍ່ມີກຳນົດເປີດ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ລັດວິສາຫະກິດລົດເມນະຄອນຫຼວງ ຈະເປີດບໍລິການເກືອບທຸກເສັ້ນທາງຢູ່ນະຄອນຫຼວງ ໃນວັນທີ 15 ພຶດສະພານີ້ເປັນຕົ້ນໄປ,​ ພາຍຫຼັງທີ່ກ່ອນໜ້ານີ້ໄດ້ເປີດບໍລິການ 3 ເສັ້ນທາງ ລວມມີ​ຕະຫຼາດເຊົ້າ-ນໍ້າຊວງ,​ ຕະຫຼາດເຊົ້າ-ເພຍລາດ ແລະ ຕະຫຼາດເຊົ້າ-ເມືອງສັງທອງ ໃນວັນອັງຄານ ທີ່ຜ່ານມາ.

ທ່ານ​ ບົວພາ ເພັດວິໄຊ ຮອງອຳນວຍການ ລັດວິສາຫະກິດລົດເມນະຄອນຫຼວງ ໄດ້ໃຫ້ສຳພາດວ່າ ນອກຈາກເສັ້ນທາງແຕ່ ລາວ-ໄອເຕັກ ຫາ ສະໜາມບິນສາກົນວັດໄຕ,​ ເສັ້ນທາງ ຫາ ຕະຫາດຊັງຈຽງ​ ແລະ​ ເສັ້ນທາງອອກຕ່າງແຂວງແລ້ວ​ ພວກເຮົາແມ່ນຈະໄດ້ເປີດຄືນທັງໝົດ.​ ທັງນີ້,​ ພວກເຮົາໄດ້ຫຼຸດຈຳນວນຖ້ຽວ ລວມທັງຈໍານວນລົດເມ ທີ່ໃຫ້ບໍລິການແຕ່ລະເສັ້ນທາງລົງເພື່ອໃຫ້ແທດເໝາະກັບຈຳນວນຜູ້ໂດຍສານ.

ທ່ານ​ ບົວພາ ເພັດວິໄຊ ກ່າວຕື່ມວ່າ ເສັ້ນທາງຕະຫຼາດເຊົ້າ ຫາ ບ້ານທ່າເດື່ອ ທີ່ຜ່ານຂົວມິດຕະພາບລາວ-ໄທແຫ່ງທີ 1 ແມ່ນພວກເຮົາຈະຫຼຸດຈຳນວນລົດເມ ຈາກ 10 ຄັນ​ ຫຼື​ 46 ຖ້ຽວຕໍ່ມື້ ໃຫ້ເຫຼືອພຽງ ລົດເມ 2 ຄັນ​ ຫຼື ປະມານ 10 ຖ້ຽວຕໍ່ມື້. ໃນໄລຍະນີ້ແມ່ນເປັນໄລຍະທົດລອງຜູ້ໂດຍສານ ເພາະຖ້າຈຳນວນຜູ້ໂດຍສານໃນເສັ້ນທາງນັ້ນໆຫາກມີຫຼາຍ ພວກເຮົາກໍ່ຈະເພີ່ມຖ້ຽວລົດຂຶ້ນ ເພື່ອໃຫ້ແທດເໝາະກັບຕົວຈິງ.

ລັດວິສາຫະກິດລົດເມນະຄອນຫຼວງ​ ແມ່ນໄດ້ໂຈະການໃຫ້ບໍລິການພາຍໃນປະເທດຕັ້ງແຕ່ວັນທີ 30 ມີນາ 2020​ ຫຼັງຈາກຢຸດໃຫ້ບໍລິການຊົ່ວຄາວເສັ້ນທາງໄປຕ່າງປະເທດ ຕັ້ງແຕ່ວັນທີ 23 ​ມີນາ 2020.​ ປະຈຸບັນເສັ້ນທາງໄປຕ່າງແຂວງ ແລະ ເສັ້ນທາງໄປຕ່າງປະເທດ ແມ່ນຍັງບໍ່ທັນເປີດໃຫ້ບໍລິການເທື່ອ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...