spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດຂົນສົ່ງຂອງໄທ ຕຳຄົນຂີ່ລົດຈັກຕາຍຄາທີ່

ລົດຂົນສົ່ງຂອງໄທ ຕຳຄົນຂີ່ລົດຈັກຕາຍຄາທີ່

Published on

accident huakhua 

 ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ລາຍງານວ່າ: ໃນເວລາປະມານ 19:07ໂມງຂອງວັນທີ 26 ສິງຫານີ້, ໄດ້ເກີດອຸປະຕິ ເຫດ ລົດພວງໝາຍເລກທະບຽນ 70-4401ອຸດອນທານີ, ຂັບຂີ່ໂດຍທ້າວ ທະນະພົນ ໄພນອກ (ຊາວໄທ), ອາຍຸ 35 ປີ ປັດຈຸບັນຢູ່ບ້ານທ່າບອນ ເມືອງໜອງບົວສະຫວີ ແຂວງໄຊຍະພູມ ປະເທດໄທ ທີ່ໄດ້ມຸ້ງໜ້າໄປຖະໜົນ 13ເໜືອ ພໍຮອດບ້ານຫົວຂົວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ໄປຕຳເອົາລົດຈັກໝາຍເລກທະບຽນ ຈຄ 3621 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ເພັດ ອາຍຸ 36 ປີກຳມະກອນ ຢູ່ບ້ານນໍ້າກ້ຽງ ເມືອງນາຊາຍທອງ ທີ່ແລ່ນມາທິດທາງດຽວກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່, ສ່ວນຜູ້ຊ້ອນທ້າຍລົດໄດ້ຮັບບາດເຈັບສົມຄວນ. ປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບລົດພວງຄັນດັ່ງກ່າວ ເພື່ອດຳເນີນຄະດີຕາມກົດໝາຍ.

ຂ່າວຈາກ:
7892

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...