spot_img
Homeຂ່າວຕ່າງປະເທດລູກສອນໄຟຖະລົ່ມສູນການຄ້າທີ່ເຕັມໄປດ້ວຍຜູ້ຄົນໃນຢູເຄຣນ

ລູກສອນໄຟຖະລົ່ມສູນການຄ້າທີ່ເຕັມໄປດ້ວຍຜູ້ຄົນໃນຢູເຄຣນ

Published on

ສູນການຄ້າ ທີ່ເຕັມໄປດ້ວຍຄົນເຂົ້າມາໃຊ້ບໍລິການ ໄດ້ຖືກຖະລົ່ມດ້ວຍລູກສອນໄຟ 2 ລູກ ທີ່ເມືອງເຄຣເມນຊຸກ ໃນຢູເຄຣນ ເສຍຊີວິດແລ້ວ 16 ຄົນ ແລະ ບາດເຈັບອີກ 59 ຄົນ ອີງຕາມຂໍ້ມູນຈາກທາງການຂອງຢູເຄຣນ.

ການໂຈມຕີດັ່ງກ່າວເຮັດໃຫ້ເກີດໄຟໄໝ້ຂະໜາດໃຫຍ່ ແລະ ມີຂັວນດຳເຕັມຟ້າ (ພາບຈາກທ່ານ ເຊເລນສະກີ ຜູ້ນຳຂອງຢູເຄຣນ)

ອີງຕາມລາຍງານຈາກ ABC News Australia ໄດ້ລາຍງານວ່າ: ສູນການຄ້າໃນຢູເຄຣນຖືກລູກສອນໄຟຖະລົ່ມ ຈົນຫຼັງຄາເປັນຮູຂະໜາດໃຫຍ່ ແລະ ໄໝ້ໝົດ, ນັກດັບເພີງ ແລະ ທະຫານກຳລັງດຶງເຫຼັກທີ່ແຕກຫັກອອກ ໃນຂະນະທີ່ກຳລັງຊອກຫາຜູ້ລອດຊີວິດ.

ໃນຂະນະນີ້ຍັງບໍ່ຮູ້ຊດເຈນເທື່ອວ່າຈະມີຄົນເຫຼືອຢູ່ພາບໃນສາກອາຄານຫຼືບໍ.

ທ່ານ ເຊເລນສະກີ ກ່າວວ່າ: ມີຄົນຈຳນວນຫຼາຍກວ່າ 1.000 ຄົນ ຢູ່ໃນສູນການຄ້າໃນຂະນະທີ່ຖືກການໂຈມຕີ ແລະ ນີ້ບໍ່ແມ່ນອຸບັດຕິເຫດທີ່ເກີດຂຶ້ນໂດຍບັງເອີນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...