spot_img
Homeຂ່າວພາຍ​ໃນລາວ-ມາເລເຊຍ ຈັດກິດຈະກຳກວດສຸຂະພາບ ໃຫ້ປະຊາຊົນ ໂດຍບໍ່ເສຍຄ່າ

ລາວ-ມາເລເຊຍ ຈັດກິດຈະກຳກວດສຸຂະພາບ ໃຫ້ປະຊາຊົນ ໂດຍບໍ່ເສຍຄ່າ

Published on

ໃນໂອກາດລະນຶກວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຄົບຮອບ 50 ປີ, ເມື່ອທ້າຍອາທິດຜ່ານມານີ້, ກະຊວງສາທາລະນະສຸກ ໄດ້ຮ່ວມກັບສະຖານທູດມາເລເຊຍ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ຈັດກິດຈະກຳກວດເຊັກສຸຂະພາບ ໃຫ້ປະຊາຊົນບ້ານໂພນສະຫວັນໃຕ້, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ໂດຍບໍ່ເສຍຄ່າໃດໆ ໂດຍການເຂົ້າຮ່ວມເປີດພິທີຂອງ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານເອກອັກຄະລັດຖະທູດດັ່ງກ່າວ ເຂົ້າຮ່ວມນຳດ້ວຍ.

ການບໍລິການກວດເຊັກສຸຂະພາບ ໂດຍບໍ່ເສຍຄ່າຄັ້ງນີ້, ໂດຍໄດ້ເຊີນເອົານັກສຶກສາ ຈາກມະຫາວິທະຍາໄລ ວິທະຍາສາດສຸຂະພາບຂອງລາວ ມາໃຫ້ຄຳປຶກສາ ແລະ ກວດເຊັກສຸຂະພາບດັ່ງກ່າວ ແລະ ກໍຖືໂອກາດນີ້ ໃຫ້ນັກສຶກສາທັງສອງມະຫາວິທະຍາໄລ ໄດ້ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ໃນວຽກງານການແພດ ເພື່ອຍົກສູງຄວາມຮູ້, ຄວາມສາມາດໃນວຽກງານວິຊາສະເພາະຂອງຕົນ. ນອກຈາກກິດຈະກຳດັ່ງກ່າວແລ້ວ ນັກສຶກສາຈາກປະເທດມາເລເຊຍ ຍັງໄດ້ມອບເຄື່ອງນຸ່ງຫົ່ມຈຳນວນໜຶ່ງ ທີ່ໄດ້ຈາກການສະໜັບສະໜູນຂອງປະເທດ ມາມອບໃຫ້ປະຊາຊົນຜູ້ທຸກຍາກ ແລະ ຂາດເຂີນ ຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກຂອງລາວອີກດ້ວຍ.

ໃນໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງສາທາ ໄດ້ມີຄຳເຫັນໃນພິທີວ່າ: ໄລຍະຜ່ານມາ, ສປປ ລາວ ແລະ ມາເລເຊຍ ໄດ້ມີການພົວພັນຮ່ວມມື ຊ່ວຍເຫລືອຊຶ່ງກັນ ແລະ ກັນ ໃນຫລາຍຂົງເຂດຄື: ດ້ານການຄ້າ, ການລົງທຶນ, ການປ້ອງກັນຊາດ ແລະ ວັດທະນະທຳ-ສັງຄົມ, ໂດຍສະເພາະແມ່ນ ໃນຂອບການຮ່ວມມື ຂອງບັນດາປະເທດອາຊຽນ ແລະ ການຮ່ວມກັນເຮັດກິດຈະກຳຄັ້ງນີ້, ຊຶ່ງເປັນກິດຈະກຳໜຶ່ງ ທີ່ປະກອບສ່ວນເສີມຂະຫຍາຍການຮ່ວມມື ໃນຂົງເຂດວຽກງານສາທາລະນະສຸກລາວ-ມາເລເຊຍ ໃຫ້ກວ້າງຂວາງ ແລະ ກ້າວສູ່ລວງເລິກ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...