spot_img
Homeຂ່າວທ້ອງຖິ່ນລາຄາຄຳຂຶ້ນທີ່ສຸດໃນຮອບ 7 ປີ 1ບາດເກືອບ 8 ລ້ານກີບ

ລາຄາຄຳຂຶ້ນທີ່ສຸດໃນຮອບ 7 ປີ 1ບາດເກືອບ 8 ລ້ານກີບ

Published on

ລາຄາຄໍາໃນຕະຫຼາດໂລກ ວັນທີ 24 ກຸມພາ 2020 ທີ່ຜ່ານມາ ເຫັນວ່າປັບຂຶ້ນຈຸລະດັບ 1.660 ໂດລາສະຫະລັດຕໍ່ອອນ ປັບຂຶ້ນ 26 ໂດລາຕໍ່ອອນ ຖ້າທຽບໃສ່ລາຄາໃນວັນສຸກຜ່ານມາ ຢູ່ທີ່ 1.635 ໂດລາຕໍ່ອອນ ເຊິ່ງເປັນການປັບຂຶ້ນສູງສຸດໃນຮອບ 7 ປີ ນັບຕັ້ງແຕ່ເດືອນກຸມພາ 2013 ທີ່ຂາຍໃນວັນທີ 22 ກຸມພາ 2013 ທີ່ 1.609 ໂດລາສະຫະລັດຕໍ່ອອນ, ເນື່ອງຈາກການເປີດເຜີຍຂໍ້ມູນເສດຖະກິດທີ່ອ່ອນແອຂອງສະຫະລັດ, ອັດຕາຜົນຕອບແທນພັນທະບັດສະຫະລັດທີ່ຫຼຸດລົງ ແລະ ສະກຸນເງິນໂດລາທີ່ອ່ອນຄ່າ ໄດ້ກະຕຸ້ນການເຂົ້າຊື້ຄໍາໃນຖານະຊັບສິນປອດໄພ.

ຕະຫຼາດຊື້-ຂາຍຄຳໃນບ້ານເຮົາກໍ່ມີການເໜັງຕີງໃນແຕ່ລະວັນ ນັບຕັ້ງແຕ່ກາງເດືອນມັງກອນ 2020 ເປັນຕົ້ນມາລາຄາຄຳໄດ້ເພີ່ມຂຶ້ນເປັນ 1 ບາດຕໍ່ 7,000,000 ກີບ ແລະ ເຫັນໄດ້ວ່າລາຄາຄຳມີການເພີ່ມຂຶ້ນເລື່ອຍໆ ສຳລັບລາຄາຄຳປະຈຳວັນທີ 26 ກຸມພາ 1ບາດ/ 7,619,000 ກີບ ແລະ ໃນວັນທີ 24 ກຸມພາ 7,669,000/1ບາດ.

ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ ກ່າວວ່າ: ປັດໄຈທີ່ເຮັດໃຫ້ລາຄາຄຳຂຶ້ນ ເນື່ອງຈາກວ່າການລະບາດຂອງພະຍາດໂຄວິດ – 19 ທີ່ ສປ ຈີນ ເຮັດໃຫ້ກະທົບຕໍ່ເສດຖະກິດທົ່ວໂລກ ເພາະຢ່າງທີ່ຮູ້ກັນແລ້ວວ່າປະເທດຈີນ ເປັນປະເທດອຸດສາຫະກຳຂະໜາດໃຫຍ່ ເມື່ອຈີນຢຸດການຜະລິດ ແລະ ສົ່ງອອກສິນຄ້າບໍ່ໄດ້ ກໍກະທົບຕໍ່ການຄ້າຂາຍໃນທົ່ວໂລກ.

ໃນປັດຈຸບັນການລົງທຶນບໍ່ວ່າໃນຂະແໜງການໃດ ກໍຕົກຢູ່ໃນຄວາມສ່ຽງໄປໝົດ ຍົກເວັ້ນເສຍແຕ່ການລົງທຶນຄຳທີ່ເປັນການລົງທຶນໝັ້ນຄົງ ແລະ ເປັນຊັບສິນປອດໄພ. ສະນັ້ນ, ຄຳຈຶ່ງເປັນທີ່ຕ້ອງການຂອງນັກລົງທຶນໃນປັດຈຸບັນ ແລະ ເມື່ອມີຄວາມຕ້ອງການສູງ ແນ່ນອນຈະເຮັດໃຫ້ລາຄາຄຳສູງຂຶ້ນ, ພ້ອມຄາດວ່າລາຄາຍັງຈະບໍ່ຢຸດພຽງເທົ່ານີ້ ຍັງຈະເປັນຂາຂຶ້ນອີກໃນ 3 – 6 ເດືອນຕໍ່ໜ້າ ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ – 19 ຢູ່ ສປ ຈີນ ແມ່ນຍັງບໍ່ທັນຄົ້ນພົບຢາໃນການປິ່ນປົວ ແລະ ຄາດວ່າຈະໃຊ້ເວລາຢ່າງໜ້ອຍ 2 ປີ ໃນການຟື້ນຟູເສດຖະກິດຫຼັງການຄວບຄຸມພະຍາດໄດ້.

 

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...