ລັດຖະປະຫານຕວກກີບໍ່ສຳເລັດ! ກຸ່ມກະບົດຖືກຈັບ 130 ຄົນ ປະຊາຊົນຕາຍຈຳນວນຫຼາຍ

ລັດຖະບານຕວກກີປະກາດຄວາມພະຍາຍາມ ເຮັດລັດຖະປະຫານໂດຍທະຫານກຸ່ມໜຶ່ງ ເມື່ອຄືນວັນສຸກ ວັນທີ 15 ກໍລະກົດ 2016 ແຕ່ປະສົບຄວາມລົ້ມແຫຼວ ມີຜູ້ຖືກຈັບປະມານ 130 ຄົນ ແລະມີປະຊາຊົນຖືກຍິງເສຍຊີວິດຈຳນວນຫຼວງຫຼາຍໃນລະຫວ່າງການເດິນຂະບວນຕໍ່ຕ້ານການລັດຖະປະຫານ ນາຍົກລັດຖະມົນຕີບິນາລີ ຢິລດິຣິມ ຂອງຕວກກີ ປະກາດມື້ເຊົ້ານີ້ວ່າ ຄວາມພະຍາຍາມລັດຖະະຫານຂອງທະຫານກຸ່ມໜຶ່ງຕັ້ງແຕ່ຄືນວັນສຸກ ປະສົບຄວາມລົ້ມແຫຼວແລະລັດຖະບານຍັງຄົງຢູ່ໃນອຳນາດ, ມີຜູ້ຖືກຈັບປະມານ 130 ຄົນ ແລະນາຍພົນຜູ້ໜຶ່ງທີ່ມີສ່ວນຮ່ວມວາງແຜນລັດຖະປະຫານເສຍຊີວິດ.

ໃນການໃຫ້ສຳພາດຊີເອັນເອັນໃນຕວກກີ ນາຍົກລັດຖະມົນຕີ ບິນາລີ ຢິລດິຣິມ ບອກວ່າ ໜຶ່ງໃນນາຍພົນທີ່ຢູ່ໃນເບື້ອງຫຼັງເຫດການລັດຖະປະຫານໄດ້ຖືກສັງຫານເສຍຊີວິດແລ້ວ ຂະນະທີ່ສະຖານະການໃນນະຄອນອິສຕັນບູລແລະນະຄອນຫຼວງອັງກາຣາ ເມືອງຫຼວງຍັງຢູ່ໃນຄວາມວຸ້ນວາຍຢູ່.

ມື້ຄືນວັນສຸກ ທະຫານກຸ່ມໜຶ່ງທີ່ອ້າງໂຕວ່າ “ສະພາສັນຕິພາບ” ເຂົ້າຄວບຄຸມສະຖານີໂທລະພາບ ທີອາທີຂອງທາງການ ແລະປະກາດລັດຖະປະຫານດ້ວຍການຢຶດອຳນາດລັດຖະບານ ອອກກົດໄອຍະການເສິກ ແລະບັງຄັບໃຊ້ມາຕະການຫ້າມປະຊາຊົນອອກຈາກບ້ານເຮືອນໃນເວລາກາງຄືນ ໂດຍກ່າວຫາວ່າລັດຖະບານທຳລາຍປະຊາທິປະໄຕແລະຫຼັກນິນິທຳ ການແບ່ງແຍກສາດສະໜາອອກຈາກອຳນາດການປົກຄອງ, ສະໜາມບິນຫຼັກຂອງນະຄອນອິສຕັນບູລຖືກປິດໃຫ້ບໍລິການແລະມີລົດຖັງເຝົ້າຄຸມພື້ນທີ່ນອກສະໜາມບິນ ທ່ຽວບິນທັງໝົດຖືກຍົກເລີກ ແລະມີເຮືອບິນຮົບຫຼາຍລຳລາດຕະເວນ.

ຕວກກີ ຕວກກີ