spot_img
HomeBaby-ແມ່ແລະເດັກຢາກໄດ້ລູກຝາແຟດ ຈະເຮັດແນວໃດ ຄວນອ່ານ

ຢາກໄດ້ລູກຝາແຟດ ຈະເຮັດແນວໃດ ຄວນອ່ານ

Published on

ຢາກໄດ້ລູກແຝດເຮັດແນວໃດ? ມີຫຼາຍວິທີໃຫ້ໄດ້ລູກແຝດແຕ່ຄົງຈະບໍ່ມີສິ່ງໃດທີ່ຢືນຢັນໄດ້ ເຮົາສາມາດບອກໄດ້ພຽງສິ່ງທີ່ເຮັດແລ້ວມີສິດໄດ້ລູກແຝດຫຼາຍຂຶ້ນ ເພາະການມີລູກແຝດບໍ່ໄດ້ເກີດຂຶ້ນງ່າຍໆ ເມື່ອເຮົາບໍ່ມີຍາດພີ່ນ້ອງ ຫຼື ຕະກູນເຮົາບໍ່ເຄີຍມີໃຜໄດ້ລູກແຝດເລີຍ ໂອກາດເຮົາກໍ່ຈະມີໜ້ອຍຫຼາຍ ຫຼື ອາດຈະບໍ່ມີໂອກາດໄດ້ລູກແຝດເລີຍ ເພື່ອເຮັດໃຫ້ເຮົາມີສິດທີ່ຈະໄດ້ລູກແຝດຫຼາຍຂຶ້ນ ເຮົາລອງມາເຮັດວິທີທີ່ຈະກ່າວດ້ານລຸ່ມນີ້

ຢາກມີລູກແຝດຕ້ອງເຮັດ

1. ກິນຢາຄຸມເກີນ 3 ປີ ຂຶ້ນໄປ ເມື່ອຢຸດກິນຢາຄຸມ ກໍ່ຈະເຮັດໃຫ້ຕົກໄຂ່ຫຼາຍຂຶ້ນ ເພາະຢາຄຸມມີລິດໄປກົດຮໍໂມນໃຕ້ສະໝອງບໍ່ໃຫ້ໄຂ່ຕົກ ເມື່ອຢຸດກິນຮໍໂມນທີ່ຖືກກົດໄວ້ກໍ່ເໝືອນຖືກປ່ອຍອອກ (ວິທີນີ້ຫຼາຍຄົນອາດຈະເຮັດບໍ່ໄດ້ ເພາະຕອນນີ້ຢາກມີລູກແລ້ວ ແລະ ເຮົາກໍ່ບໍ່ແນະນຳໃຫ້ເຮັດ ເພາະເປີເຊັນຈະໄດ້ລູກແຝດກໍ່ມີໜ້ອຍ)

2. ຖືພາຕອນອາຍຸຫຼາຍ ຫຼັງຈາກມີລູກຫຼາຍຄົນແລ້ວ ການຖືພາຫຼາຍຄັ້ງຈະເຮັດໃຫ້ໄຂ່ມີໂອກາດຕົກໄຂ່ໄດ້ຫຼາຍກວ່າ 1

3. ສັກຢາກະຕຸ້ນໃຫ້ຕົກໄຂ່ ເລື່ອງນີ້ເຄີຍສຳພາດນາງ ບົວ ປັດທະມົນ ນາງໄດ້ເຮັດວິທີນີ້ ໃນເບື້ອງຕົ້ນເພື່ອໃຫ້ມີໂອກາດຖືພາຫຼາຍຂຶ້ນ ແຕ່ກາຍເປັນວ່ານາງໄດ້ລູກແຝດ

4. ເຮັດເດັກຫຼອດແກ້ວ ວິທີນີ້ເປັນໄປໄດ້ຫຼາຍທ່ີ່ສຸດທີ່ຈະໄດ້ລູກແຝດ ເພາະຖ້າຮ່າງກາຍແຂງແຮງ ໂອກາດທີ່ໄຂ່ມີການປະຕິສົນທີນອກຮ່າງກາຍຈະຕິດທຸກໜ່ວຍມີສູງ (ແຕ່ການເຮັດເດັກຫຼອດແກ້ວຈະມີຄ່າໃຊ້ຈ່າຍສູງຫຼາຍ)

ສຳລັບຄົນທີ່ຢາກໄດ້ລູກແຝດກໍ່ລອງອ່ານ ແລະ ເລືອກນຳວິທີໃດໜຶ່ງໄປໃຊ້ລອງເບິ່ງ ເພື່ອເພີ່ມໂອກາດໃຫ້ທ່ານໄດ້ລູກແຝດຫຼາຍຂຶ້ນກວ່າເກົ່າ ເອົາເປັນວ່າຖ້າໃຜຢາກໄດ້ລູກແຝດກໍ່ຂໍໃຫ້ສົມຫວັງ

ທີ່ມາ: http://th.theasianparent.com/

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...