spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຢາກນອນຕະຫຼອດ ສັນຍານ 5 ພະຍາດອັນຕະລາຍ ທີ່ເຈົ້າອາດກໍາລັງເປັນຢູ່

ຢາກນອນຕະຫຼອດ ສັນຍານ 5 ພະຍາດອັນຕະລາຍ ທີ່ເຈົ້າອາດກໍາລັງເປັນຢູ່

Published on

ຫຼາຍໆຄົນ ໂດຍສະເພາະພະນັກງານໃນຫ້ອງການ ພໍຮອດຕອນບ່າຍກໍເລີ່ມມີອາການຢາກນອນ ຈົນບາງຄັ້ງຕ້ອງລຸກໄປແຕ່ງກາເຟມາກິນແກ້ຢາກນອນ, ຖ້າດົນໆຢາກນອນກໍບໍ່ເປັນຫຍັງ ແຕ່ຖ້າຢາກນອນຕະຫຼອດ ຕ້ອງກວດສຸຂະພາບ ເພາະເຈົ້າອາດກຳລັງເປັນ 5 ພະຍາດດັ່ງຕໍ່ໄປນີ້

  1. ພະຍາດນອນບໍ່ຫຼັບ: ເພາະນອນບໍ່ຫຼັບກໍເລີຍເຮັດໃຫ້ຢາກນອນ, ລອງສັງເກດຕົນເອງເບິ່ງວ່າ ທີ່ນອນບໍ່ຫຼັບນີ້ເປັນຍ້ອນເຮັດວຽກໜັກ, ວຽກຫຼາຍ ຫຼືມີຄວາມຄຽດຈົນນອນບໍ່ຫຼັບ ຈົນເຮັດໃຫ້ຢາກນອນ ເພາະນອນບໍ່ພໍຈັກມື້, ຖ້າເປັນແນວນັ້ນກໍຄວນຫຼຸດການເຮັດວຽກໃນຕອນກາງຄືນ ຫຼືປຶກສາແພດ
  2. ອ່ອນເພຍຕາມຮ່າງກາຍ: ຖ້າຮ່າງນອນບໍ່ຫຼັບເປັນເວລາດົນຫຼາຍວັນ ຮ່າງກາຍກໍຈະສະສົມຄວາມອ່ອນເພຍໜັກຂຶ້ນເລື້ອຍໆ, ນອກຈາກນີ້ອາດເປັນຍ້ອນການບໍລິໂພກແປ້ງ ແລະນໍ້າຕານຫຼາຍເກີນໄປ ຈົນສົ່ງຜົນໃຫ້ຮ່າງກາຍອ່ອນເພຍ, ເມື່ອຍ,ແລ ຢາກນອນ, ຄວາມຈື່ຈຳບໍ່ດີ, ເຈັບຫົວ, ນອນເທົ່າໃດກໍບໍ່ພໍ ແລະກຸ່ມຄົນເຮັດວຽກມີຄວາມສ່ຽງຫຼາຍທີ່ສຸດ
  3. ພະຍາດເບົາຫວານ: ເພາະການກິນທາດແປ້ງ ແລະນໍ້າຕານຫຼາຍເກີນໄປ ຈະເຮັດໃຫ້ເກີດອາການຢາກນອນໄດ້ ແລະຈະເຮັດໃຫ້ເປັນພະຍາດເບົາຫວານໄດ້ ເພາະເລືອດມີປະລິມານນໍ້າຕານສູງ ແລະອາການຢາກນອນເປັນສັນຍານທຳອິດ ຫຼືເຕືອນໃຫ້ຮ່າງກາຍຮູ້ວ່າ ກຳລັງຢູ່ໃນພາວະນໍ້າຕານໃນເລືອດສູງ
  4. ພະຍາດເລືອດຈາງ: ຜູ້ຍິງມີໂອກາດສູງເປັນພະຍາດເລືອດຈາງໄດ້ງ່າຍກວ່າຜູ້ຊາຍ ເພາະມາຈາກໄດ້ຮັບສານອາຫານບໍ່ພຽງພໍ ແລະສູນເສຍເລືອດໃນຊ່ວງເປັນປະຈຳເດືອນ, ສ່ວນສາເຫດອື່ນອາດເປັນຍ້ອນພັກຜ່ອນບໍ່ພຽງພໍ ຈຶ່ງຮູ້ສຶກອິດເມື່ອຍ, ເມື່ອຍງ່າຍກວ່າປົກກະຕິ ແລະບໍ່ສົດຊື່ນ ຈຶ່ງເຮັດໃຫ້ຮູ້ສຶກຢາກນອນຕະຫຼອດ
  5. ມີບາດແຜໃນກະເພາະອາຫານ ຫຼືອະໄວຍະວະສ່ວນອື່ນໆໃນຮ່າງກາຍ: ການສູນເສຍເລືອດໃນປະລິມານຫຼາຍເຊັ່ນ: ມີເລືອດອອກຈາກບາດແຜໃນກະເພາະອາຫານ, ສູນເສຍເລືອດຈາກການເປັນພະຍາດລິດສີດວງທະວານ, ເປັນສາເຫດຂອງອາການອ່ອນເພຍ ຫຼືຢູ່ໃນພາວະເລືອດຈາງ, ເລີຍສະແດງອາການເເມື່ອຍງ່າຍ, ເປັນລົມງ່າຍ, ອ່ອນເພຍ ແລະຢາກນອນໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...