spot_img
Homeຂ່າວຕ່າງປະເທດມຽນມ້າ ກວດຍຶດເຮໂຣອິນກ່ວາ 200 ກິໂລ ມູນຄ່າ 20 ລ້ານໂດລາ ຢູ່ເຂດສາມຫລ່ຽມຄຳ

ມຽນມ້າ ກວດຍຶດເຮໂຣອິນກ່ວາ 200 ກິໂລ ມູນຄ່າ 20 ລ້ານໂດລາ ຢູ່ເຂດສາມຫລ່ຽມຄຳ

Published on

 

ທາງການມຽນມ້າ ກວດຍຶດເຮໂຣອິນນ້ຳໜັກລວມກ່ວາ 200 ກິໂລ ໄດ້ໃນເຂດສາມຫລ່ຽມຄຳ ແລະ ຈັບກຸມຊາຍ 3 ຄົນ

ພ້ອມອາວຸດປືນ ແລະ ເຄື່ອງຍິງລູກລະເບີດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ຕຸລານີ້ວ່າ ຕຳຫລວດຂອງມຽນມ້າ ໄດ້ກວດຍຶດຢາເສບຕິດໃນຄັ້ງນີ້ ມີມູນ

ຄ່າປະມານ 20 ລ້ານໂດລາ ໃນຕອນບ່າຍຂອງວັນອັງຄານທີ 30 ກັນຍາ 2014 ຜ່ານມາ ຢູ່ເມືອງໜຶ່ງຂອງລັດສານຕາເວັນ

ອອກ ຕິດກັບຊາຍແດນໄທ ເຊິ່ງເປັນສ່ວນໜຶ່ງໃນການປາບປາມຂະບວນການລັກລອບຄ້າຢາເສບຕິດຂ້າມປະເທດ.

 

ແຫລ່ງຂ່າວໄດ້ລະບຸວ່າ ຢາເສບຕິດທີ່ຍຶດໄດ້ທັງໝົດ ເປັນເຮໂຣອິນຫລາຍກ່ວາ 200 ກິໂລກຣາມ ຖືກອັດເປັນແທ່ງທັງ

ໝົດ 665 ແທ່ງ ເຊິ່ງຍຶດໄດ້ຈາກລົດບັນທຸກ ໂດຍທາງຕຳຫລວດຍັງສາມາດຈັບກຸມຊາຍ 3 ຄົນ ພ້ອມອາວຸດປືນອີກ 2

ກະບອກ ແລະ ຍັງມີເຄື່ອງຍິງລູກລະເບີດ ເອັມ79 ອີກ 1 ເຄື່ອງ.

 

ທັງນີ້ ເຂດສາມຫລ່ຽມຄຳ ເຊິ່ງຄວບຄຸມພື້ນທີ່ບາງສ່ວນຂອງລາວ, ໄທ ແລະ ມຽນມ້າ ເຄີຍເປັນໜຶ່ງໃນແຫລ່ງຜະລິດ

ຝິ່ນ ແລະ ເຮໂຣອິນຊັ້ນນຳຂອງໂລກ ຈົນກະທັງອັບການິດສະຖານ ໄດ້ພິກໂຕກັບຂຶ້ນມາເປັນສູນກາງທາງດ້ານຢາເສບ

ຕິດແທນໃນປັດຈຸບັນ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...