spot_img
Homeຂ່າວຕ່າງປະເທດມຽນມາເສຍຊີວິດຈາກໂຄວິດ-19 ເກີນ 500 ຄົນ

ມຽນມາເສຍຊີວິດຈາກໂຄວິດ-19 ເກີນ 500 ຄົນ

Published on

ເວັບໄຊຂ່າວ dailynews ລາຍງານ ເມື່ອວັນທີ 8 ຕຸລາ ວ່າ ກະຊວງສາທາລະນະສຸກຂອງມຽນມາລາຍ ງານ ສະຖານະການໂຄວິດ-19 ໃນຮອບ 24 ຊົ່ວໂມງທີ່ຜ່ານມາ ຢືນຢັນຜູ້ຕິດເຊື້ອໃໝ່ 1,400 ຄົນ ເພີ່ມສະຖິຕິສະສົມຂອງຜູ້ປ່ວຍເປັນຢ່າງໜ້ອຍ 21,433 ຄົນ, ຮັກສາຫາຍ 6,084 ຄົນ ຂະນະທີ່ສະຖິຕິຂອງຜູ້ເສຍຊີວິດຢູ່ທີ່ 510ຄົນ ເພີ່ມຂຶ້ນ 39ຄົນໃນຮອບວັນທີ່ຜ່ານມາ.

ທັງນີ້, ມຽນມາລາຍງານສະຖິຕິຜູ້ເສຍຊີວິດສະສົມຈາກໂຣກໂຄວິດ-19 ເກີນ 400 ຄົນ ເມື່ອວັນທີ 5 ຕຸລາ ທີ່ຜ່ານມາ ໂດຍສະຖິຕິສະສົມຂອງຜູ້ເສຍຊີວິດກວ່າ 300ຄົນ ເມື່ອວັນທີ 1 ຕຸລາ ເກີນ 200 ຄົນ ເມື່ອວັນທີ 28 ກັນຍາ ແລະ ຫຼາຍກວ່າ 100 ຄົນ ເມື່ອວັນທີ 22 ກັນຍາ ທີ່ຜ່ານມາ ເຊິ່ງຜູ້ເສຍຊີວິດຈາກໂຣກດັ່ງກ່າວໃນມຽນມາເປັນຊາວມຽນມາທັງໝົດ.

ນອກຈາກນີ້, ສະຖານະການແຜ່ລະບາດຂອງໂຣກໂຄວິດ-19 ໃນມຽນມາ ໄດ້ທະວີຄວາມຮຸນແຮງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ມີການພົບຜູ້ຕິດເຊື້ອຈາກພາຍໃນປະເທດ ທີ່ລັດຍະໄຂ່ ເມື່ອວັນທີ 16 ສິງຫາ ທີ່ຜ່ານມາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...