spot_img
Homeມູມໄອທີລາວມືຖື Sony ຍອດຂາຍຍັງຫລຸດລົງຕໍ່ເນື່ອງ

ມືຖື Sony ຍອດຂາຍຍັງຫລຸດລົງຕໍ່ເນື່ອງ

Published on

Sony ລາຍ​ງານ​ຕົວ​ເລກ​ຜົນ​ປະກອບ​ການ​ໃນ​ໄຕ​ມາດ​ທີ່ 2 ປະຈຳ​ປີ​ງົບ​ການ​ເງີນ​ຂອງ​ບໍລິສັດ ໂດຍ​ພາບ​ລວມ​ສາມາດ​ເຮັດ​ລາຍ​ໄດ້​ໄປ​ເຖິງ 15.8 ພັນ​ລ້ານ​ດອນ​ລາ​ ຄິດ​ເປັນ​ກຳ​ໄລ​ຢູ່​ທີ່ 733 ລ້ານ​ດອນ​ລາ​ ແຕ່​ໃນ​ລາຍ​ລະອຽດ​ຍ່ອຍ​ນັ້ນ​ພົບ​ວ່າ​ທຸລະກິດ​ມື​ຖື Sony ຍັງມີ​ຍອດ​ຂາຍ​ທີ່​ຫລຸດລົງ​ຢ່າງ​ຕໍ່​ເນື່ອງ

sony-mobile-650

ໃນ​ພາບ​ລວມ​ຂອງ​ທຸລະກິດ Sony ທີ່​ສາມາດ​ກັບ​ມາ​ສ້າງ​ຜົນ​ກຳ​ໄລ​ໄດ້​ອີກ​ເທື່ອ​ໃນ​ໄຕ​ມາດ​ທີ່ 2 ນີ້ ກ່າວ​ໄດ້​ວ່າ​ຕ້ອງ​ຍົກ​ຄວາມ​ດີ​ຄວາມ​ມັກ​ໃຫ້​ກັບ​ທຸລະກິດ​ປະ​ເພດ​ເຊນ​ເຊີລ໌​ຖ່າຍ​ພາບ​ທີ່​ສາມາດ ສ້າງ​ກຳ​ໄລ​ໄດ້​ເຖິງ 272 ລ້ານ​ດອນ​ລາ​ ໃຫຍ່​ຂຶ້ນ​ຈາກ​ໄຕມາດ​ດຽວ​ຂອງ​ປີ​ທີ່​ແລ້ວ​ເຖິງ 16% ຂະນະ​ທີ່​ທຸລະກິດ​ເກມ​ກໍ​ມີ​ແນວ​ໂນ້ມ​ທີ່​ດີ​ຂຶ້ນ​ຕໍ່​ເນື່ອງ​ອັນ​ເກີດ​ຈາກ​ເຄື່ອງ​ຫລິ້ນ​ເກມ PlayStation 4 ແລະ​ເກມ​ຕ່າງໆ ໂດຍ​ສາມາດ​ເຮັດ​ກຳ​ໄລ​ໄປ 199 ລ້ານ​ດອນ​ລາ

ໃນ​ຂ່າວ​ດີ​ກໍ​ແຝງ​ມາ​ກັບ​ຂ່າວ​ຮ້າຍ ເພາະ​ທຸລະກິດ​ມື​ຖື Sony ມີ​ຍອດ​ຂາຍ​ຫລຸດລົງ 15.2% ເມື່ອ​ທຽບ​ປີ​ຕໍ່​ປີ ສະແດງ​ໃຫ້​ເຫັນ​ເຖິງ​ທິດ​ທາງ​ການ​ດຳ​ເນີນ​ທຸລະກິດ​ທີ່​ຍັງ​ບໍ່​ກົງ​ຕາມ​ເປົ້າ​ໝາຍ ຊຶ່ງ​ບັນຫາ​ທີ່ເກີດຂື້ນ​ໜ້າ​ຈະ​ເຮັດໃຫ້ Sony ຍັງ​ຕ້ອງ​ດິ້ນ​ຮົນ​ເພື່ອ​ແກ້​ໄຂ​ສະຖານນະການ​ທີ່​ເປັນ​ຢູ່​ຕໍ່ໄປ

ສ່ວນ​ຂອງ​ທຸລະກິດ​ຮູບເງົາ​ຂອງ Sony ເອງ​ກໍ​ບໍ່​ສາມາດ​ສ້າງ​ຜົນ​ກຳ​ໄລ​ໃນ​ໄຕ​ມາດ​ທີ່ 2 ໄດ້​ເຊັ່ນ​ກັນ ເນື່ອງ​ຈາກ​ການ​ຫ່າງ​ຫາຍ​ໄປ​ຂອງ​ຮູບເງົາທີ່​ຜູ້​ຊົມ​ໃຫ້​ຄວາມ​ສົນ​ໃຈ

ຢ່າງໃດ​ກໍ​ດີ​ຈາກ​ຄວາມ​ພະຍາຍາມ​ໃນ​ການ​ປັບ​ໂຄງ​ສ້າງ​ອົງ​ກອນ​ຂອງ Sony ເລີ່ມ​ສະແດງ​ໃຫ້​ເຫັນ​ເຖິງ​ທິດ​ທາງ​ທີ່​ຈະ​ນຳ​ພາ​ບໍລິສັດ​ໄປ​ສູ່​ຈຸດ​ທີ່​ສ້າງ​ຜົນ​ກຳ​ໄລ​ໄດ້​ໃນ​ໄລ​ຍະຍາວ ບໍ່​ວ່າ​ຈະ​ເປັນ​ທຸລະກິດ​ເຊນ​ເຊີລ໌​ການ​ຖ່າຍ​ພາບທີ່​ໄວ​ໆນີ້ Sony ກຽມ​ເສີມ​ສັກກາ​ຍະ​ພາບ​ດ້ວຍ​ການ​ຊື້​ທຸລະກິດ​ເຊນ​ເຊີລ໌​ພາບ​ມາ​ຈາກ Toshiba ລວມ​ໄປ​ເຖິງ​ການ​ຕໍ່ຍ​ອດ​ໃນ​ທຸລະກິດ​ເຊ​ມິ​ຄອນ​ດັກ​ເຕີລ໌, ເກມ ແລະ​ອຸປະກອນ​ອື່ນໆ ແຕ່​ສຳລັບ​ທຸລະກິດ​ມື​ຖື​ຍັງ​ຄົງ​ໜ້າ​ຕິດ​ຕາມ​ວ່າ​ໃນ​ປີ 2016 ທາງ Sony ຈະ​ພິກ​ໂສມ​ຈາກ​ຮ້າຍ​ໃຫ້​ກາຍ​ເປັນ​ດີ​ໄດ້​ຢ່າງໃດ?

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...