spot_img
Homeຂ່າວການສຶກສາມະຫາວິທະຍາໄລແຫ່ງຊາດ ກໍ່ສ້າງ 7 ພັນກວ່າຄົນ ສຳເລັດການສຶກສາສົກປີນີ້!

ມະຫາວິທະຍາໄລແຫ່ງຊາດ ກໍ່ສ້າງ 7 ພັນກວ່າຄົນ ສຳເລັດການສຶກສາສົກປີນີ້!

Published on

bb71b38f1b9a4606c635368929cdac86

ມະຫາວິທະຍາໄລ​ແຫ່ງ​ຊາດ (​ມຊ) ແມ່ນ​ສູນ​ກາງ​ສຶກ​ສາ​ຊັ້ນ​ສູງ​ລະດັບ​ຊາດ ເຊິ່ງ​ໄດ້​ກຳນົດ​ບົດບາດ ແລະ ພາລະ​ໜ້າທີ່ ເພື່ອ​ສ້າງ​ຊັບ​ພະຍາ​ກອນ​ມະນຸດ​ ໃຫ້​ກາຍເປັນ​ນັກ​ບໍລິຫານ ນັກວິຊາການ ແລະ ນັກ​ຄົ້ນຄວ້າ​ວິທະຍາສາດ ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ມີ​ຄຸນສົມບັດ​ສິນ​ທຳ​ປະຕິ​ວັດ ໂດຍ​ມະຫາວິທະຍາໄລ​ແຫ່ງ​ຊາດ ສ້າງຕັ້ງ​ຂຶ້ນ 1996 ມາ​ຮອດ​ປັດຈຸ​ບັນ​ ໄດ້​ສ້າງ​ນັກ​ສຶກ​ສາ​ລະດັບ​ປະລິນຍາ​ຕີ ຈຳນວນ 15 ຮຸ່ນ ປະ​ລິນຍາ​ໂທ 7 ຮຸ່ນ ແລະ ໃນ​ສົກ​ປີ 2014-2015 ນີ້ ມີ​ຜູ້​ສຳເລັດ​ການ​ສຶກ​ສາ​ລະດັບປະລິນຍາ​ເອກ​ຮຸ່ນ​ທຳ​ອິດ ​ຈຳນວນ 19 ຄົນ.

ພິທີ​ມອບ-ຮັບ​ໃບ​ປະ​ກາ​ສະນິ​ຍະ​ບັດຂອງ​ມະຫາວິທະຍາໄລແຫ່ງ​ຊາດ ປະຈຳ​ສົກ​ປີ 2014-2015 ຈັດ​ຂຶ້ນວັນ​ທີ 13 ກັນຍາ 2015 ຢູ່​ທີ່​ສະໂມສອນ​ຄະນະ​ເສດຖະ​ສາດ ແລະ ບໍລິຫານ​ທຸລະ​ກິດ ໃຫ້​ກຽດ​ມອບ​ຄັ້ງ​ນີ້ ໂດຍ​ທ່ານ ​ສຈ.​ດຣ. ສຸກ​ກົງ​ແສງ ໄຊ​ຍະ​ເລີດ ອະທິການ​ບໍດີ​ມະຫາວິທະຍາໄລແຫ່ງ​ຊາດ ມີ​ທ່ານ ​ສຈ.​ດຣ. ບຸນຕຽມ ພິດສະໄໝ ປະທານ​ສະພາມະຫາວິທະຍາໄລ ພ້ອມ​ດ້ວຍບັນດາ​ຮອງ​ອະທິການ​ບໍດີ ຄະນະພາກ​ວິຊາ ພະນັກງານ ຄູ-ອາຈານ ແລະ ນັກ​ສຶກ​ສາ​ເຂົ້າ​ຮ່ວມ.

ສຳລັບ​ສົກ​ປີ 2014-2015 ມະຫາວິທະຍາໄລ​ແຫ່ງ​ຊາດ ໄດ້ດຳເນີນ​ການ​ຮຽນ-ການ​ສອນໃນຫຼາຍ​ລະດັບ ເຊິ່ງ​ມີ​ທັງ​ໝົດ 168 ຫຼັກສູດ ປະກອບ​ດ້ວຍ​ຫຼັກສູດ​ປະລິນ​ຍາ​ເອກ 3 ຫຼັກສູດ ປະ​ລິນຍາ​ໂທ 43 ຫຼັກສູດ ປະລິນຍາ​ຕີ 121 ຫຼັກສູດ ແລະ ອະນຸ​ປະ​ລິນຍາ​ຕີ 1 ຫຼັກສູດ ສະເພາະ​ໃນ​ສົກຮຽນ 2014-2015 ມີ​ຜູ້​ສຳເລັດການ​ສຶກ​ສາ​ໃນ​ແຕ່​ລະ​ຫຼັກສູດ ແລະ ສາຂາ​ວິຊາ​ຕ່າງໆ ຈຳນວນ 7.257 ຄົນ/ຍິງ 2.959 ຄົນ ໃນນັ້ນ ມີ​ລະດັບ​ປະລິນຍາ​ເອກ 19 ຄົນ ປະລິນຍາ​ໂທ 434 ຄົນ ປະລິນ​ຍາ​ຕີ 6.602 ຄົນ ແລະ ອະນຸ​ປະລິນຍາ​ຕີ 202 ຄົນ ເຊິ່ງໃນ​ຈຳນວນ 7 ພັນ​ກວ່າ​ຄົນ ເປັນພະສົງ-ສາມະເນນ ຈຳນວນ 62 ອົງ ນັກ​ສຶກ​ສາ​ກຽດ​ນິຍົມ 32 ຄົນ ແລະ ນັກ​ສຶກ​ສາ​ຕ່າງປະເທດ 129 ຄົນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...