spot_img
Homeຂ່າວພາຍ​ໃນມອບເງິນຊຸກຍູ້ຄອບຄົວທີ່ຖຶກເຄາະຮ້າຍຈາກໄຟໄໝ້

ມອບເງິນຊຸກຍູ້ຄອບຄົວທີ່ຖຶກເຄາະຮ້າຍຈາກໄຟໄໝ້

Published on

ວັນທີ 22 ກຸມພາ ທີ່ຜ່ານມາ, ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ, ພ້ອມດ້ວຍຄະນະຕ້ານໄພພິບັດຂັ້ນແຂວງ ໄດ້ນໍາເອົາເງິນ ຈໍານວນ 15.000.000 ກີບ ມອບໃຫ້ຄອບຄົວທີ່ຖືກເຄາະຮ້າຍຈາກໄຟໄໝ້ເຮືອນປະຊາຊົນ ຢູ່ ບ້ານໃຫຍ່ຫ້ວຍຊາຍໃຕ້, ຄຸ້ມມ່ວງແກ້ວ,ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນຄໍ່າຄືນຂອງວັນທີ 20 ກຸມພາ ຜ່ານມາ, ເຊິ່ງເຮັດໃຫ້ເຮືອນດັ່ງກ່າວບໍ່ສາມາດຢູ່ອາໃສໄດ້ຍ້ອນຖືກໄຟໄໝ້ເສຍຫາຍທັງໝົດ,ເຊິ່ງມູນຄ່າການເສຍສາຍປະມານ 21 ຕື້ກວ່າກີບ.

May be an image of 6 people and text

ໂອກາດນີ້,ທ່ານເຈົ້າແຂວງ ໄດ້ສະແດງຄວາມເສຍໃຈຕໍ່ຄອບຄົວທີ່ຖືກເຄາະຮ້າຍເກີດອັກຄີໄພ ໄຟໄໝ້ເຮືອນໃນຄັ້ງນີ້, ພ້ອມທັງຊຸກຍູ້ໃຫ້ກໍາລັງໃຈຕໍ່ຄອບຄົວດັ່ງກ່າວ ແລະ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ການຊ່ວຍເຫຼືອທີ່ຈໍາເປັນ ເປັນຕົ້ນແມ່ນທີ່ຢູ່ອາໄສຊົ່ວຄາວ, ອາຫານ-ການກິນ, ເຄື່ອງໃຊ້ທີ່ຈໍາເປັນອື່ນໆ ແລະ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າຈົງມີສະຕິໃນການໃຊ້ໄຟຕ່າງໆ, ເພາະໄລຍະນີ້ເປັນລະດູທີ່ແຫ້ງແລ້ງເປັນສາເຫດພາໃຫ້ເກີດອັກຄີໄພໄດ້ງ່າຍ, ກ່ອນຈະ ອອກຈາກເຮືອນໄປວຽກງານຕ່າງໆຄວນເບິ່ງຄວາມເປັນລະບຽບຮຽບຮ້ອຍມອດພື້ນໄຟຕ່າງໆ, ເພື່ອຫຼີກລ້ຽງການເກີດອັກຄີໄພຕ່າງໆ.

ຂ່າວ: ຄໍາເພັງ ສີສະຫວ່າງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...