spot_img
Homeຂ່າວຄາດຕະກຳພໍ່-ລຸງ ລົງມືກໍ່ເຫດຄາຕະກຳລູກສາວອາຍຸ 18 ປີ ເພື່ອປົກປ້ອງກຽດສັກສີເນື່ອງຈາກມີຮູບຫຼຸດກັບແຟນ

ພໍ່-ລຸງ ລົງມືກໍ່ເຫດຄາຕະກຳລູກສາວອາຍຸ 18 ປີ ເພື່ອປົກປ້ອງກຽດສັກສີເນື່ອງຈາກມີຮູບຫຼຸດກັບແຟນ

Published on

ອີງຕາມສຳນັກຂ່າວ ບີບີຊີ ລາຍງານໃນວັນທີ 29 ພະຈິກ 2023 ນີ້ໄດ້ເກີດເຫດການສະເທືອນຂັວນ ໃນປາກີສະຖານ ເມື່ອຍິງສາວອາຍຸ 18 ປີ ຖືກພໍ່ ແລະ ລຸງຂອງຕົນເອງຍິງເສຍຊີວິດເພື່ອປົກປ້ອງກຽດສັກສີຂອງຄອບຄົວ ເມື່ອອາທິດທີ່ຜ່ານມາ ຫຼັງຈາກມີຮູບພາບຍິງສາວ (ລູກສາວ) ກັບຊາຍຄົນໜຶ່ງຫຼຸດ ແລະ ໄດ້ຖືກແຊຣອອກເປັນຈຳນວນຫຼາຍໃນສື່ສັງຄົມອອນລາຍ.

ທາງດ້ານຕຳຫຼວດ ໄດ້ຈັບກຸມ ພໍ່ຂອງຜູ້ເສຍຊີວິດ ແຕ່ຜູ້ເປັນລຸງສາມາດຫຼົບໜີໄດ້ ສ່ວນຊາຍທີ່ຢູ່ໃນຮູບຍັງຢູ່ໃນການຄຸ້ມຄອງຂອງເຈົ້າໜ້າທີ່ຕຳຫຼວດແລ້ວ, ຈາກການສືບສວນຕຳຫຼວດໄດ້ສັນນິຖານວ່າພາບຖ່າຍທີ່ຫຼຸດອອກໄປ ເປັນພາບຕັດຕໍ່ ແລະ ຖືກໂພສໂດຍບັນຊີປອມ.

ຢ່າງໃດກໍຕາມ, ບາງພຶ້ນທີ່ໃນປາກີສະຖານ ລວມເຖິງໂຄຮີສະຖານ ເປັນພຶ້ນທີ່ທີ່ມັກເກີດເຫດການທີ່ເອີ້ນວ່າການສັງຫານເພື່ອປົກປ້ອງກຽດສັກສີໄດ້ເກີດຂຶ້ນຫຼາຍຄັ້ງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ, ທັງນີ້ປະເພນີດັ່ງກ່າວຕາມຄວາມເຊື່ອຂອງຊົນເຜົ່າເບິ່ງວ່າ: ການສັງຫານຜູ້ຍິງທີ່ສ້າງຄວາມເສື່ອມເສຍຕໍ່ຄອບຄົບເປັນສິ່ງທີ່ມີກຽດ ແຕ່ການສັງຫານອາດເກີດຈາກສາເຫດເລັກນ້ອຍເຊັ່ນ: ການແຕ່ງກາຍທີ່ບໍ່ເໝາະສົມ ແລະ ການສະແດງພຶດຕິກຳທີ່ຖືກເບິ່ງອອກວ່າເປັນການບໍ່ເຊື່ອຟັງ.

ທີ່ມາ: ບີບີຊີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...