spot_img
Homeຂ່າວຕ່າງປະເທດພັກກອມມູນິດຈີນ ຖະແຫລງຍົກເລີກ ນະໂຍບາຍລູກຄົນດຽວ ຫລັງດຳເນີນມາກ່ວາ 3 ທົດສະວັດ!

ພັກກອມມູນິດຈີນ ຖະແຫລງຍົກເລີກ ນະໂຍບາຍລູກຄົນດຽວ ຫລັງດຳເນີນມາກ່ວາ 3 ທົດສະວັດ!

Published on

268391-1
(ພາບປະກອບ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ຕຸລານີ້ວ່າ ຜົນສຳເລັດຂອງກອງປະຊຸມ ສູນກາງພັກກອມມູນິດຈີນ ຄັ້ງທີ 5 ສະໄໝທີ 18 ໄດ້ຖະແຫລງຍົກເລີກ ນະໂຍບາຍລູກຄົນດຽວ ທີ່ດຳເນີນມາເປັນເວລາກ່ວາສາມທົດສະວັດ ຫລັງຈາກທີ່ພົບວ່າ ສັງຄົມຈີນມີຜູ້ສູງອາຍຸ ເພີ່ມຂຶ້ນກ່ວາ 30% ໂດຍນະໂຍບາຍດັ່ງກ່າວ ແມ່ນດຳເນີນມາແຕ່ປີ 1979 ເພື່ອຫລຸດຜ່ອນອັດຕາການເກີດ ແລະ ການຈະເລີນເຕີບໂຕຂອງປະຊາກອນ, ແຕ່ການຍົກເລີກນະໂຍບາຍລູກຄົນດຽວນີ້ ຈະມີຜົນເຮັດໃຫ້ ຄູ່ຜົວເມຍຊາວຈີນ ສາມາດມີລູກໄດ້ຄອບຄົວລະ 2 ຄົນ ຊຶ່ງຈະຊ່ວຍໃນການເພີ່ມກຸ່ມປະຊາກອນໜຸ່ມ ເພື່ອເປັນແຮງງານໃຫ້ແກ່ປະເທດ ໃນອານາຄົດ.

ນະໂຍບາຍລູກຄົນດຽວຂອງຈີນ ແມ່ນການຫ້າມບໍ່ໃຫ້ຄູ່ຜົວເມຍ ມີລູກຮ່ວມກັນເກີນໜຶ່ງຄົນ ຊຶ່ງມີຜົນບັງຄັບໃຊ້ສຳລັບຊາວຈີນທົ່ວປະເທດ ຍົກເວັ້ນສະເພາະ ຄອບຄົວຂອງຊົນເຜົ່າສ່ວນໜ້ອຍ ທີ່ໄດ້ຮັບສິດທິພິເສດ ສາມາດມີລູກເກີນໜຶ່ງຄົນໄດ້, ແນວໃດກໍຕາມ ທາງການຈີນ ໄດ້ມີການປ່ຽນແປງນະໂຍບາຍດັ່ງກ່າວ ໃນປີ 2013 ດ້ວຍການອະນຸຍາດໃຫ້ຄູ່ຜົວເມຍ ສາມາດມີລູກຄົນທີສອງໄດ້ ໃນກໍລະນີທີ່ຜົວ ຫລື ເມຍ ເປັນລູກຄົນດຽວມາກ່ອນ ແລະ ອະນຸຍາດໃຫ້ຄອບຄົວ ໃນເຂດຊົນນະບົດ ທີ່ມີລູກຄົນທຳອິດເປັນເພດຍິງ ກໍສາມາດມີລູກຄົນທີສອງໄດ້ເຊັ່ນດຽວກັນ.

ທັງນີ້ ຊຶ່ງນັກວິຊາການໄດ້ປະເມີນວ່າ ນັບຕັ້ງແຕ່ຈີນບັງຄັບໃຊ້ນະໂຍບາຍດັ່ງກ່າວ ໄດ້ເປັນການຢຸດການເກີດຂອງພົນລະເມືອງ ປະມານ 400 ລ້ານຄົນ ທ່າມກາງຄວາມກັງວົນຂອງຫລາຍຝ່າຍ ກ່ຽວກັບປະຊາກອນຜູ້ສູງອາຍຸ ເນື່ອງຈາກໃນປັດຈຸບັນ ຈີນມີພົນລະເມືອງສູງອາຍຸ ປະມານ 30% ເມື່ອທຽບກັບຈຳນວນ ປະຊາກອນທັງໝົດຂອງປະເທດ.

one-child-policy-chinese-family-small
(ພາບປະກອບ)

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...