spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວພຣະພຸດທະຮູບທອງ ທີ່ເຈົ້າອະນຸວົງ ແຫ່ງອານາຈັກລາວລ້ານຊ້າງ ໄດ້ຊົງສ້າງໄວ້ເພື່ອທົດແທນແລະລະນຶກເຖິງ ພຣະແກ້ວມໍຣະກົຕ

ພຣະພຸດທະຮູບທອງ ທີ່ເຈົ້າອະນຸວົງ ແຫ່ງອານາຈັກລາວລ້ານຊ້າງ ໄດ້ຊົງສ້າງໄວ້ເພື່ອທົດແທນແລະລະນຶກເຖິງ ພຣະແກ້ວມໍຣະກົຕ

Published on

ໄດ້ຄົ້ນເອກກະສານ ທີ່ຫໍຈົດຫມາຍເຫດແຫ່ງຊາດ ເມື່ອຫລາຍເດືອນກ່ອນ ດີໃຈທີ່ສຸດທີ່ໄດ້ພົບເຫັນຮູບພາບແຜ່ນນີ້ ພຣະທຽມພຣະແກ້ວມໍຣະກົດເຈົ້າ ເຊິ່ງມີການສັນນິຖານວ່າຮູບນີ້ຕ້ອງຖ່າຍໃນສະໄຫມຕອນທີ່ປະດິດສະຖານຢູ່ທີ່ ພິພິຕະພັນແຫ່ງຊາດ ພຣະນະຄອນ (ບາງກອກ) ກ່ອນທີຈະສົ່ງມອບມາໃຫ້ພິພິດຕະພັນສະຖານແຫ່ງຊາດ ອຸບົນຣາຊະທານີ ຈັດສະແດງໃນປີ ພສ 2532 ຄສ 1989

ພຣະພຸດທະຮູບທອງປາງສະມາທິ ສິລະປະລາວ ເຊິ່ງປະຈຸບັນປະດິດສະຖານ ທີ່ ພິພິຕະພັນສະຖານແຫ່ງຊາດອຸບົນຣາຊະທານີ ( ຍ້ານມາຈາກພິພິຕະພັນສະຖານແຫ່ງຊາດ ພຣະນະຄອນ ບາງກອກ) ເຊິ່ງຂໍມູນທີ່ຈາຣຶກໃນຖານຂອງພຣະອົງນີ້ເຊື່ອວ່າ ເຈົ້າອະນຸວົງ ເປັນຜູ້ໂປຣດໃຫ້ຊົງສ້າງຂຶ້ນ ເມື່ອປີ ພສ 2369 ຄສ 1826

“… ຈຸລະສັງກາດໄດ້ພັນຮ້ອຍ 88 ຕົວ ປີຈໍ ອັກຖະສົກ ໄທວ່າປີຣະວາຍເສັດ ເດືອນ 10 ຂຶ້ນ 10 ຄ່ຳ ວັນ 1 ປະກອບດ້ວຍນັກຂັດຖະເຣິກ ຖືກຫນ່ວຍຊື່ວ່າ ບຸບພາສາດ ໂອກາດ ພຣະວໍຣະມິດ ລູກສະນິດສະຖິດໃນທະນູຣາສີ ເວລາເຊົ້າ ສົມເດັດພຣະຣາຊເຊດຖາອາປະນະຄາມາທິຣາຊ ຊາຕິສາຍະສຸຣິຍະວົງ ປະກອບດ້ວຍໂສມມະນັສ ອະສັງຂາຣິກຍານສັມປະຍຸຕະກຸສົນ ເຈຕະນາໃນພຣະພຸທທະສາສະໜາເປັນຢ່າງຍິ່ງ ຈຶ່ງຫລໍ່ພຣະພຸທທະເຈົ້າ ນ້ຳຫນັກ 2 ຫມື່ນ 5 ພັນ ທຽມພຣະແກ້ວມໍຣະກົດເຈົ້າ ໄວ້ເພື່ອໃຫ້ເປັນ ທິຖະຖານະນຸສະຕິຈິຣັດຖະຖິຕິກາລ ຫມັ້ນຄົງແກ່ພຣະພຸດທະສາສະ ໜາ ເທົ່າ 5 ພັນພຣະວັສສາ ເປັນທີ່ໄຫວເພື່ອເຄົາຣົບບູຊາ ແກ່ຄົນ ແລະ ເທພາ ອິນທຣ໌ ພຣົມ ຍົມມະຣາຊ ຄຸດ ນາກທັງຫລາຍ ນິພພານະປັຈຈະໂຍ ໂຫຕຸ  …”

(ເທິມ ມີເຕັມ ອ່ານ ແປລ ອະທິບາຍ ຈາກເມືອງອຸບົນຣາຊະທານີ ກົມສິລະປະກອນ ຈັດພິມ ເນື່ອງໃນວາໂຣກາສ ສົມເດັດພຣະເທພຯ ສະເດັດພຣະຣາຊດຳເນີນຊົງເປີດພິພິຕະພັນສະຖານແຫ່ງຊາດ ອຸບົນຣາຊະທານີ ເມື່ອວັນທີ່ 30 ມີຖຸນາ 1989
ຂໍ້ມູນແລະຮູບພາບໄດ້ຈາກເພຈ : Pakorn Pukkahuta

ທີ່ມາຂ່າວຈາກ: Art and Culture of Laos
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...