spot_img
Homeຂ່າວທ້ອງຖິ່ນຜົ້ງສາລີ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 150 ພັນຄົນ ໃນງານເປີດປີທ່ອງທ່ຽວ 2018

ຜົ້ງສາລີ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 150 ພັນຄົນ ໃນງານເປີດປີທ່ອງທ່ຽວ 2018

Published on

ແຂວງຜົ້ງສາລີ ເປີດປີທ່ອງທ່ຽວ 2018 ແລະ ເທດສະການດື່ມນ້ຳຊາ ໃນວັນທີ 9 ພະຈິກ 2018 ໂດຍຫັວງຈະດຶງດູດເອົານັກທ່ອງທ່ຽວໃຫ້ໄດ້ 150.000 ຄົນພາຍໃນປີນີ້. ຂະນະທີ່ ລັດຖະບານໄດ້ວາງຄາດໝາຍສູ້ຊົນດຶງດູດເອົານັກທ່ອງທ່ຽວໃຫ້ໄດ້ 5 ລ້ານຄົນກັບການສ້າງລາຍຮັບໃຫ້ໄດ້ 900 ໂດລາສະຫະລັດ.

ທ່ານ ທອງສີ ເສົາສຸລິພົນ, ຮອງເຈົ້າແຂວງຜົ້ງສາລີ ກ່າວເປີດປີທ່ອງທ່ຽວ 2018 ແລະ ເທດສະການດື່ມນໍ້າຊາວ່າ: ຜ່ານມານັກທ່ອງທ່ຽວເຂົ້າມາທ່ຽວເພີ່ມຂຶ້ນ ແລະ ຈາກການພັດທະນາທ່າແຮງດ້ານຕ່າງໆ ພາຍໃນແຂວງ ໂດຍສະເພາະການເປີດປີທ່ອງທ່ຽວຂອງ 6 ເມືອງ ແລະ ເທດສະການດື່ມນໍ້າຊານີ້ຈຶ່ງຄາດວ່າ: ປີນີ້, ຈະສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວບໍ່ຫຼຸດ150.000 ຄົນ ຈະສາມາດສ້າງລາຍຮັບໄດ້ກວ່າ 24,5 ລ້ານໂດລາ. ໃນ 9 ເດືອນຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວແລ້ວກວ່າ 1 ແສນຄົນ ສາມາດສ້າງລາຍຮັບໄດ້ກວ່າ 18 ລ້ານໂດລາສະຫະລັດ.

ປັດຈຸບັນ, ມີແຫຼ່ງທ່ອງທ່ຽວ 105 ແຫ່ງ ໃນນີ້ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ 27 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທຳ 74 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 4 ແຫ່ງ ລວມທັງການຍ່າງປ່າ 34 ລາຍການກວມເອົາ 84 ບ້ານຊົນເຜົ່າໂດຍຕິດພັນກັບຄວາມເປັນເອກະລັກດ້ານວັດທະນະທຳຂອງທ້ອງຖິ່ນ ເພື່ອຮອງຮັບການເຂົ້າມາທ່ອງທ່ຽວຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ຕະຫຼອດປີ.

ພ້ອມນັ້ນ, ທ່ານ ກ່າວອີກວ່າ: ການຈັດປີທ່ອງທ່ຽວ ແລະ ເທດສະການດື່ມນໍ້າຊາ ເປັນກິດຈະກຳ ແລະ ຂະບວນການສຳຄັນເພື່ອສົ່ງເສີມການທ່ອງທ່ຽວ,ການຮັກສາທຳມະຊາດທີ່ງົດງາມ, ການອະນຸລັກສົ່ງເສີມວັດທະນະທຳທີ່ເປັນເອກະລັກ ແລະ ຮີດຄອງປະເພນີທີ່ດີງາມຂອງປະຊາຊົນບັນດາເຜົ່າ. ສຳລັບກິດຈະກຳໃນລະດັບແຂວງມີຫຼາຍກິດຈະກຳເປັນຕົ້ນ ເທດສະການດື່ມນໍ້າຊາ, ຕະຫຼາດນັດ-ວາງສະແດງສິນຄ້າກະສິກຳ-ອຸດສາຫະກຳ, ຫັດຖະກຳ ແລະ ອາຫານພື້ນເມືອງທີ່ເປັນເອກະລັກຂອງບັນດາເຜົ່າ ທັງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຈາກຫວຽດນາມ,ຈີນ ແລະ ໄທ 140 ຮ້ານ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...