spot_img
Homeຂ່າວຕ່າງປະເທດຜົວປີນຂຶ້ນຫຼັກເສົາສັນຍານ ນ້ອຍໃຈເມຍບໍ່ພາໄປຕະຫຼາດ

ຜົວປີນຂຶ້ນຫຼັກເສົາສັນຍານ ນ້ອຍໃຈເມຍບໍ່ພາໄປຕະຫຼາດ

Published on

ວັນທີ 12 ກັນຍາ ເວັບໄຊ້ Ch3plus ລາຍງານວ່າ ເວລາ 20:00 ຂອງວັນທີ 12 ກັນຍາ ທີ່ຜ່ານມາ ໜ່ວຍກູ້ໄພຢູ່ທີ່ ເມືອງພັດທະຍາ ແຂວງຊົນບູລີ ປະເທດໄທ ໄດ້ຮັບແຈ້ງເຫດມີຄົນປີນຂຶ້ນໄປເທິງຫຼັກເສົາສັນຍານ ເຊິ່ງແມ່ນ ທ້າວ ສະຫຼອງ ພົມເສນ ອາຍຸ 53 ປີ ໄດ້ປີນຂຶ້ນໄປເກືອບຮອດຍອດເສົາ ເຈົ້າໜ້າທີ່ ແລະ ຊາວບ້ານພະຍາຍາມໂອ້ລົມ ແຕ່ກໍບໍ່ເປັນຜົນ ຈົນເຈົ້າໜ້າທີ່ໄດ້ປີນຂຶ້ນໄປເຈລະຈາ, ແຕ່ດ້ວຍຄວາມເມົາເຫຼົ້າ ປະກອບກັບມີອາຍຸຫຼາຍ ຈຶ່ງບໍ່ສາມາດລົງມາເອງໄດ້, ເຈົ້າໜ້າທີ່ຕ້ອງໃຊ້ເຊືອກມັດເອົາໂຕຂອງ ທ້າວ ສະຫຼອງ ແລະ ລົງມາພ້ອມກັນດ້ວຍຄວາມປອດໄພ ໂດຍເຈົ້າໜ້າທີ່ກູ້ໄພ ໄດ້ກວດເບິ່ງອາການເບື້ອງຕົ້ນ ກ່ອນເຄື່ອນຍ້າຍໄປໂຮງໝໍຢ່າງເລັ່ງດ່ວນ.

ສອບຖາມ ທ້າວ ສະຫຼອງ ພົມເສນ ໄດ້ຮູ້ວ່າ ຕົນເອງມີອາຊີບພໍ່ຄ້າອາຫານຕາມສັ່ງ ກ່ອນເກີດເຫດໄດ້ຊັກຊວນໃຫ້ເມຍພາໄປຕະຫຼາດ ແຕ່ຜູ້ເປັນເມຍບໍ່ໄດ້ພາໄປ ເຮັດໃຫ້ເກີດອາການນ້ອຍໃຈ ປະກອບກັບຕົນເອງດື່ມເຫຼົ້າເຂົ້າໄປນໍາ ເມື່ອແນມເຫັນເສົາໄຟຟ້າທີ່ຢູ່ໃກ້ບ້ານ ຈຶ່ງປີນຂຶ້ນໄປແຕ່ກໍໝົດແຮງລົງມາບໍ່ໄດ້ ຈົນເຮັດໃຫ້ມີຄົນໂທແຈ້ງເຈົ້າໜ້າທີ່ມາຊ່ວຍເຫຼືອຄືດັ່ງກ່າວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...