spot_img
Homeຂ່າວເຫດການຜູ້ຖືກໂຄງການບໍ່ເຫັນດີຄ່າຊົດເຊີຍດິນ ເຂດເສດຖະກິດພິເສດກວມລວມໄຊເສດຖາ

ຜູ້ຖືກໂຄງການບໍ່ເຫັນດີຄ່າຊົດເຊີຍດິນ ເຂດເສດຖະກິດພິເສດກວມລວມໄຊເສດຖາ

Published on

ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການສ້າງເຂດເສດຖະພິເສດກວມລວມໄຊເສດຖາ ປະຈຸບັນຍັງມີຈຳນວນໜຶ່ງບໍ່ເຫັນດີ ຕໍ່ການກຳນົດລາຄາຄ່າຊົດເຊີຍທີ່ດິນ ທີ່ໄດ້ຮັບເນື່ອງຈາກໄດ້ພຽງ 20 ພັນກີບຕໍ່ຕາແມັດ
ໂດຍສະເລ່ຍສຳລັບຜູ້ມີໃບຕາດິນ ແລະ 14 ພັນກີບຕໍ່ຕາແມັດແມ່ນຜູ້ທີ່ບໍ່ມີໃບຕາດິນ. ສະນັ້ນ ຈິ່ງກາຍເປັນບັນຫາເຮັດໃຫ້ການຊົດເຊີຍເນື້ອທີ່ດິນ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ ບໍ່ເປັນໄປຕາມແຜນການ ຊຶ່ງຮອດຂະນະນີ້ ປະຕິບັດໄດ້ພຽງ 545 ເຮັກຕາຈາກ 1 ພັນເຮັກຕາ ເທົ່າກັບ 54,5% ຂອງຈຳນວນທັງໝົດ.

ອີງຕາມຂໍ້ມູນຊີ້ແຈງຂອງກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຕໍ່ກອງປະຊຸມສະພາທີ່ຈັດຂຶ້ນບໍ່ດົນມານີ້ໃຫ້ຮູ້ວ່າ: ໂຄງການພັດທະນາກວມ ລວມໄຊເສດຖາ ນະຄອນຫຼວງວຽງຈັນ ຕັ້ງຢູ່ພາກຕາເວັນອອກສ່ຽງເໜືອຂອງເຂດອຸດສາຫະກຳຫຼັກ 21 (ເຂດອຸດສາຫະກຳໂຄກສະອາດ) ແລະໄດ້ຮັບການຢັ້ງຢືນ ກ່ຽວກັບສິ່ງແວດລ້ອມຈາກກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມສະບັບເລກທີ 7560/ກຊສ ລົງວັນທີ 22 ພະຈິກ 2013 ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 1 ພັນເຮັກຕາມູນຄ່າການລົງທຶນທັງໝົດ 1.024 ຕື້ກີບປະມານ 128 ລ້ານໂດລາ ໃນນັ້ນ ບໍລິສັດລົງທຶນຕ່າງປະເທດ (ແຂວງຢຸນນານ ສປ ຈີນ) ມູນຄ່າ 784 ຕື້ກີບ ຫຼື ປະມານ 98 ລ້ານໂດລາກວມເອົາ 75% ແລະລັດຖະບານລາວ ໂດຍແມ່ນ ອົງການປົກຄອງນະຄອນຫຼວງວຽງຈັນ ຖືຮຸ້ນ 25% ໃນມູນຄ່າ 240 ຕື້ກີບ ປະມານ 30 ລ້ານໂດລາ.

ໂດຍໂຄງການດັ່ງກ່າວ ກະທົບຕໍ່ຊັບສິນຂອງປະຊາຊົນຈຳນວນ 2 ເມືອງ ກວມເອົາ 6 ບ້ານຄື ເມືອງໄຊທານີ ມີບ້ານຫົວຊຽງ, ບ້ານສ້າງຫົວບໍ່, ບ້ານສະພັງຄະນົງ ແລະເມືອງໄຊເສດຖາ ມີບ້ານນາໂນ, ບ້ານໂຊກໃຫຍ່ ແລະບ້ານໂຊກນ້ອຍ.

ຊຶ່ງການກຳນົດລາຄາຫົວໜ່ວຍແມ່ນ ບໍ່ມີນິຕິກຳໃນການກຳນົດລາຄາກາງ, ລາຄາຫົວໜ່ວຍຊົດເຊີຍນີ້ ແມ່ນຂຶ້ນນຳຄະນະຮັບຜິດຊອບ ແລະໜ່ວຍງານແກ້ ໄຂທີ່ດິນ, ໂດຍການກຳນົດລາຄາຫົວໜ່ວຍແມ່ນ 20 ພັນກີບຕໍ່ຕາແມັດ (ມ2) ສຳລັບຜູ້ທີ່ມີໃບຕາດິນ, ສ່ວນຜູ້ທີ່ບໍ່ມີໃບ ຕາດິນ 14 ພັນກີບຕໍ່ຕາມແມັດ (ມ2) ຊຶ່ງໄດ້ມີປະຊາຊົນຈຳນວນໜຶ່ງຍັງບໍ່ເຫັນດີຕໍ່ກັບລາຄາຫົວໜ່ວຍຊົດເຊີຍດັ່ງກ່າວ.

ການຊົດເຊີຍເນື້ອທີ່ດິນໃນຈຳນວນ 1.000 ເຮັກຕາຕາມແຜນການຊົດເຊີຍ ແມ່ນໃຫ້ສຳເລັດພາຍໃນ 3 ປີ ແຕ່ມາຮອດປະຈຸບັນແມ່ນຈັດຕັ້ງປະຕິບັດໄດ້ພຽງແຕ່ 545 ເຮັກຕາ ສະເລ່ຍປະມານ 54,5% ນອກນັ້ນ ຍັງມີອີກ 11 ຕອນທີ່ເຈົ້າຂອງສິດນຳໃຊ້ທີ່ດິນຍັງບໍ່ທັນມາແຈ້ງ (ບໍ່ທັນໄດ້ເຮັດບົດບັນທຶກຄິດໄລ່ຄ່າຊົດເຊີຍ).

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...