spot_img
Homeນານາສາລະຜັກອີຮຸມ ມີສັບພະຄຸນທາງຢາຮັກສາຫຼາຍພະຍາດ

ຜັກອີຮຸມ ມີສັບພະຄຸນທາງຢາຮັກສາຫຼາຍພະຍາດ

Published on

ຫຼາຍໆຄົນຄົງຮູ້ຈັກໝາກອີຮຸມດີ ເປັນຜັກຊະນິດໜຶ່ງທີ່ຫາ ໄດ້ງ່າຍຕາມລະດູການ ນຳມາແຕ່ງອາຫານໄດ້ຫຼາຍຢ່າງ ແລະມີສານອາຫານສູງ ຈຶ່ງມີຜູ້ຄົ້ນເອົາມາສະກັດເປັນຢາ ບຳລຸງສຸຂະພາບ  ແລະຮັກສາພະຍາດໄດ້ຫຼາຍ.

#  ສານອາຫານໃນຜັກອີຮຸມ: ຜົນການວິໄຈພົບວ່າ ຜັກອີຮຸມເປັນພືດທີ່ມີທາດອາຫານ ປະລິມານສູງຄື

  • ມີວິຕາມິນເອ ບຳລຸງສາຍຕາຫຼາຍກວ່າແຄລອດ 3 ເທົ່າ
  • ມີວິຕາມິນຊີ ຊ່ວຍປ້ອງກັນເປັນຫວັດຫຼາຍກວ່າໝາກສົ້ມ7 ເທົ່າ
  • ມີແຄວຊຽມ ບຳລຸງກະດູກ ຫຼາຍກວ່ານົມສົດ 3 ເທົ່າ
  • ມີໂພແທັກຊຽມ ບຳລຸງສະໝອງ ແລະບຳລຸງປະສາດ ຫຼາຍກວ່າກ້ວຍ 3 ເທົ່າ
  • ມີໃຍອາຫານ ແລະພະລັງງານບໍ່ສູງຫຼາຍ ເໝາະສົມກັບຜູ້ທີ່ຫຼຸດນໍ້າໜັກ

#  ສັບພະຄຸນທາງຢາ:

  • ຮາກ: ມີລົດຊາດເຜັດ, ຫວານ, ຂົມ ຫຼຸດອາການເປັນບວມ
  • ມີການຄົ້ນພົບວ່າ ໃບອິຮຸມ ມີໂປຣຕີນສູງກພະວ່ານົມສົດ 2 ເທົ່າ
  • ດອກ ຊ່ວຍບຳລຸງຮ່າງກາຍ, ຂັບນໍ້າປັດສະວະ, ໃຫ້ຕົ້ມເຮັດເປັນຊາກິນໃຫ້ນອນຫຼັບສະບາຍ
  • ເອົາແກ່ນໝາກອີຮຸມ ມາສະກັດນໍ້າມັນສາມາດໃຊ້ເປັນຢາ ຮັກສາການປວດຕາມຂໍ້, ຮັກສາໂລກຜິວໜັງ
  • ຫຼຸດອາການຜິວແຫ້ງ ໃຊ້ແທນຢາ ຮັກສາຜິວໃຫ້ຊຸ່ມຊື່ນ ຮັກສາພະຍາດທີ່ເກີດຈາກເຊື້ອລາ
  • ໃນແກ່ນໝາກອິຮຸມ ໃຊ້ຫຼຸດອາການໄອໄດ້ດີ, ການກິນເນື້ອໃນເມັດຕະຫຼອດ ສາມາດສ້າງພູມຕ້ານທານໃນຮ່າງກາຍໄດ້
  • ໃຊ້ຮັກສາຄົນທີ່ເປັນພະຍາດເບົາຫວານໃຫ້ຢູ່ໃນພາວະຄວບຄຸມໄດ້ ເຮັດໃຫ້ສາມາດຫຼຸດການໃຊ້ຢາ
  • ສາມາດຫຼຸດຄວາມດັນເລືອດສູງໄດ້
  • ຊ່ວຍເພີ່ມ ແລະສ້າງພູມຄຸ້ມກັນໃຫ້ຮ່າງກາຍໄດ້
  • ຖ້າກິນຕະຫຼອດຈະຊ່ວຍປ້ອງກັນບໍ່ໃຫ້ເປັນພະຍາດມະເຮັງໄດ້
  • ຮັກສາພະຍາດລຳໄສ້ອັກເສບ, ພະຍາດກ່ຽວກັບທ້ອງ
  • ຮັກສາປອດໃຫ້ແຂງແຮງ, ຮັກສາພະຍາດທາງເດີນຫາຍໃຈ ແລະພະຍາດປອດອັກເສບ
  • ບຳລຸງສາຍຕາ

ທີ່ມາ: kaijeaw
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...