spot_img
Homeຂ່າວພາຍ​ໃນປັບໃໝ 10 ລ້ານ ຄົນຈີນຖີ້ມຂີ້ເຫຍື້ອຊະຊາຍ

ປັບໃໝ 10 ລ້ານ ຄົນຈີນຖີ້ມຂີ້ເຫຍື້ອຊະຊາຍ

Published on

ໃນເວລາ 15 ໂມງ ຂອງວັນທີ 25 ພຶດສະພາ 2018 ມີພົນລະເມືອງດີ ໄດ້ພົບເຫັນ ທ້າວ ອາປິ້ງ, ອາຍຸ 46 ປີ, ສັນຊາດຈີນ, ອາຊີບກຳມະກອນ ພັກເຊົາຢູ່ຕະຫລາດຊັງຈຽງ ໄດ້ນຳໃຊ້ ລົດກະບະ ຮຸນໄດ ສີຂາວ( ບໍ່ມີໝາຍເລກທະບຽນ) ອອກຊື່ ນາງ ຈັນຫອມ ວັນນະວົງ ອາຍຸ 48 ປີ ອາຊີບແມ່ເຮືອນ ຢູ່ບ້ານ ວັດໄຕນ້ອຍທົ່ງ ເມືອງ ສີໂຄດຕະບອງ; ໄດ້ຂົນຂີ້ເຫຍື້ອໄປລັກຖີ້ມ ຢູ່ເສັ້ນທາງໜອງບົວທອງ-ໜອງບຶກ, ດັ່ງນັ້ນ ປກສ ກຸ່ມບ້ານ ຈຶ່ງໄດ້ ກັກລົດຜູ້ກ່ຽວ ແລະດຳເນີນການກ່າວເຕືອນ ພ້ອມປັບໃໝ ຕາມ ມາດຕາ 3 ຂໍ້ 3.1 ວ່າດ້ວຍແຜນວຽກ ແລະ ມາດຕະການເສັ້ນທາງສະອາດ ຂອງມະຕິຕົກລົງອົງການປົກຄອງສະບັບເລກທີ 03/ອປຄ.ນວ, ລົງວັນທີ25 ກັນຍາ 2015, ເປັນຈຳນວນເງິນ 10,000,000 ກີບ, ( ຊຶ່ງໃນນີ້ ໄດ້ແບ່ງໃຫ້ຜູ້ພົບເຫັນ 30% ເຫລືອ 70% ອຳນາດການປົກຄອງບ້ານນຳໃຊ້ເຂົ້າໃນວຽກລວມຂອງບ້ານ) ພ້ອມທັງເຮັດບົດບັນທຶກ ຖ້າພົບເຫັນອີກເທື່ອໜ້າ ຈະໄດ້ ປັບໃໝເພີ່ມອີກ 10 ເທົ່າ ແລະຄາດວ່າການປະຕິບັດວິໄນໃນຄັ້ງນີ້ຈະເປັນເຫດການຕົວຢ່າງ ເພື່ອໃຫ້ຜູ້ມີຂີ້ເຫຍື້ອມີສະຕິຕໍ່ລະບຽບກົດໝາຍ ກໍຄືຮູ້ຮັກສາສະພາບແວດລ້ອມໃຫ້ດີຂຶ້ນ.


ດັ່ງນັ້ນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຂໍຄວາມຮ່ວມມືມາຍັງພໍ່ແມ່ປະຊາຊົນ ຈົ່ງຊ່ວຍກັນເປັນຫູເປັນຕາ ຖ້າພົບເຫັນໃຫ້ແຈ້ງອຳນາດການປົກຄອງບ້ານ ຫຼື ຫ້ອງການ ຄບຕ ໂທ: 020 56621164.

ແຫຼ່ງຂ່າວ: ຫ້ອງການຄຸ້ມຄອງແລະບໍລິການຕົວເມືອງວຽງຈັນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...