spot_img
Homeຂ່າວພາຍ​ໃນປະທານາທິບໍດີອາເມຣິກາ ອະນຸມັດສົ່ງທະຫານໄປອີຣັກເພີ່ມອີກ 450 ຄົນ!

ປະທານາທິບໍດີອາເມຣິກາ ອະນຸມັດສົ່ງທະຫານໄປອີຣັກເພີ່ມອີກ 450 ຄົນ!

Published on

EyWwB5WU57MYnKOuXxxA3JfFATi48ihm9rCF0VSFzEChIV1zVwQBwW

ປະທານາທິບໍດີສະຫະລັດອາເມຣິກາ ອະນຸມັດສົ່ງເຈົ້າໜ້າທີ່ຂອງກອງທັບເຂົ້າໄປອີຣັກເພີ່ມອີກ 450 ຄົນ ເພື່ອຊ່ວຍຝຶກກອງທັບອິຣັກ ຕໍ່ສູ້ກັບກຸ່ມຕິດອາວຸດລັດອິດສະລາມ ຫລື IS.

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນມື້ວັນພຸດທີ 10 ມິຖຸນາຜ່ານມານີ້ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດອາເມຣິກາ ໄດ້ອະນຸມັດເລື່ອງການສົ່ງເຈົ້າໜ້າທີ່ກອງທັບ ໄປຍັງປະເທດອີຣັກເພີ່ມອີກ 450 ຄົນ ເພື່ອຮ່ວມກັບເຈົ້າໜ້າທີ່ອາເມຣິກາທີ່ຢູ່ຫັ້ນກ່ອນແລ້ວ ຈຳນວນ 3,000 ຄົນ ເພື່ອຊ່ວຍໃນການຝຶກ, ໃຫ້ຄຳປຶກສາ ແລະ ຊ່ວຍເຫລືອກອງທັບອີຣັກ ພ້ອມທັງກຸ່ມນັກຮົບຊາວມຸດສະລິມນິກາຍສຸນີ່ ໃນການຕໍ່ສູ້ຕ້ານກັບກຸ່ມຕິດອາວຸດລັດອິດສະລາມ ຫລື ກຸ່ມໄອເອັສ.

ທັງນີ້ ລັດຖະບານສະຫະລັດອາເມຣິກາ ໄດ້ຖືກວິພາກວິຈານຢ່າງໜັກວ່າ ຍຸດທະສາດໃນການໂຈມຕີທາງອາກາດພຽງຢ່າງດຽວ ໃສ່ກຸ່ມລັດອິດສະລາມໃນອີຣັກ ແລະ ຊີເຣຍນັ້ນ ລົ້ມເຫລວ ຫລັງຈາກທີ່ກຸ່ມດັ່ງກ່າວສາມາດຍຶດຄອງເມືອງຣາມາດີ ເມືອງເອກຂອງແຂວງອັນບາ ທາງພາກຕາເວັນຕົກຂອງອີຣັກ ເຊິ່ງຫ່າງຈາກນະຄອນຫລວງແບກແດດໄປບໍ່ໄກປານໃດ ອີກທັງຍັງສາມາດຍຶດຄອງເມືອງພັນໄມຣາ ເຊິ່ງເປັນເມືອງມໍລະດົກໂລກ ໃນປະເທດຊີເຣຍອີກດ້ວຍ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...