spot_img
Homeຂ່າວຕ່າງປະເທດປະທານາທິບໍດີສະຫະລັດອາເມຣິກາ ສິ້ນສຸດການຢ້ຽມຢາມກູບາ ຄັ້ງປະຫວັດສາດ ຢ່າງເປັນທາງການ

ປະທານາທິບໍດີສະຫະລັດອາເມຣິກາ ສິ້ນສຸດການຢ້ຽມຢາມກູບາ ຄັ້ງປະຫວັດສາດ ຢ່າງເປັນທາງການ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ມີນານີ້ວ່າ ທ່ານ​ປະ​ທານາ​ທິ​ບໍ​ດີ​ ບາຣັກ ໂອບາມາ ແຫ່ງສະຫະລັດອາເມຣິກາ ໄດ້​ເດີນ​ທາງ​ອອກ​ຈາກ​ ນະ​ຄອນ​ຫລງລາ​ຮາ​ວານ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ກູບາ ​ໃນ​ເວ​ລາ 3 ວັນຢ່າງ​ເປັນ​ທາງ​ການ ເມື່ອວັນທີ 22 ມີນາຜ່ານມາ ຊຶ່ງເປັນເຫດການ​ປະ​​ຫວັດ​ສາດ ສຳລັບການ​ພົວ​ພັນລະ​ຫວ່າງສອງປະ​ເທດ.

ໃນ​ໄລ​ຍະ​ຢ້ຽມ​ຢາມ​ກູ​ບາ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ບາຣັກ ໂອບາມາ ໄ​ດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ເປັນ​ເວ​ລາສອງຊົ່ວ​ໂມງ ກັບ​ທ່ານ​ ຣາອູນ ກາສໂຕຣ ປະທານປະເທດກູ​ບາ ແລະ ຫລັງ​ຈາກນັ້ນ ປະ​ມຸກ​ລັດທັງສອງທ່ານ​ ໄດ້​ອອກຖະແຫລງການຮ່ວມ​ກັນ​ຕໍ່​ສື່ມວນ​ຊົນ ແລະ ໄດ້ເນັ້ນ​ໜັກ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ ປັບ​ປຸງ​ການ​ພົວ​ພັນຂອງສອງປະເທດ ໃຫ້ກ້າວສູ່ໄລຍະໃໝ່.  ພ້ອມກັນນັ້ນ, ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ກູບ​າ ແລະ ສະຫະລັດອາ​ເມ​ຣິ​ກາ ໄດ້​ລົງ​ນາມບົດ​ບັນ​ທຶກ​ຊ່ວຍ​ຈຳ 2 ສະ​ບັບ​ ກ່ຽວ​ກັບ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດທໍ​ລະ​ນີ​ສາດ – ​ອຸ​ທົກ​ກະ​ສາດ ແລະ ໃນ​ຂົງ​ເຂດ​ກະ​ສິ​ກຳ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...