spot_img
Homeຂ່າວຕ່າງປະເທດປະທານາທິບໍດີຣັດເຊຍ ແຈກເງິນປະຊາຊົນ ກ່ອນການເລືອກຕັ້ງສະພາ

ປະທານາທິບໍດີຣັດເຊຍ ແຈກເງິນປະຊາຊົນ ກ່ອນການເລືອກຕັ້ງສະພາ

Published on

ວັນທີ 24 ສິງຫາ 2021 ສໍານັກຂ່າວ ເອເອຟພີ ໄດ້ລາຍງານວ່າ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ສັ່ງໃຫ້ຈ່າຍເງິນຈໍານວນ ປະມານ 1,165,000 ກີບ ໃຫ້ກັບພະນັກງານບໍານານ ຫວັງວ່າຈະໄດ້ຮັບການສະໜັບສະໜຸນ ຈາກປະຊາຊົນ ກ່ອນການເລືອກຕັ້ງໃນເດືອນໜ້າ ທ່າມກາງການຕໍ່ສູ້ຂອງພັກຣັດເຊຍ ທີ່ເລີ່ມບໍ່ເປັນທີ່ນິຍົມ.

ການໃຫ້ເງິນສົດຄັ້ງນີ້ ສ່ວນໜຶ່ງແມ່ນແຜນການເພື່ອເອົາໃຈປະຊາຊົນ ໂດຍປະທານາທິບໍດີ ປູຕິນ ໄດ້ສະເໜີ ກ່ອນການເລືອກຕັ້ງສະພາຕໍ່າໃນເດືອນກັນຍາ ທີ່ຈະມາຮອດນີ້ ໂດຍພັກຣັດເຊຍ ໄດ້ຖືກຫຼຸດຄວາມນິຍົມລົງ ເນື່ອງຈາກລາຄາສິນຄ້າສູງຂຶ້ນ ແຕ່ຄ່າແຮງງານໄດ້ຫຼຸດລົງ.

ກ່ອນໜ້ານີ້, ທ່ານ ປູຕິນ ໄດ້ກ່າວໃນທີ່ປະຊຸມກັບເຈົ້າໜ້າທີ່ພັກຣັດເຊຍ ໃນວັນອາທິດທີ 22 ສິງຫາ ວ່າ ຜູ້ທີ່ໄດ້ຮັບເງິນບໍານານແມ່ນ ຜູ້ໄດ້ຮັບຜົນກະທົບໜັກທີ່ສຸດ ຈາກອັດຕາເງິນເຟີ້ທີ່ເພີ່ມຂຶ້ນໃນປີນີ້ ກັບທະນາຄານກາງຂອງຣັດເຊຍ ອັດຕາເງິນເຟີ້ປະຈໍາປີສູງເຖິງ 6.5%, ສະນັ້ນອັດຕາດອກເບ້ຍກໍຖືກຍົກຂຶ້ນມາເປັນ 6.5%, ນັບເປັນການເພີ່ມຄັ້ງໃຫຍ່ທີ່ສຸດ ຕັ້ງແຕ່ວິກິດການ ການເງິນຂອງຣັດເຊຍໃນປີ 2014-2015

ນອກນັ້ນ ປູຕິນ ຍັງໄດ້ສະເໜີ ໃຫ້ຈ່າຍເງິນໂບນັດ 15,000 ຮູເບີນ ຫຼື ເກືອບ 2,500,000 ກີບ ໃຫ້ແກ່ພະນັກງານທະຫານ ແລະ ໃນເດືອນມິຖຸນາ ປູຕິນ ໄດ້ສັນຍາວ່າຈະລົງທຶນຫຼາຍພັນລ້ານຮູເບີນ ເພື່ອສ້ອມແປງເສັ້ນທາງ ແລະ ພັດທະນາການຂົນສົ່ງສາທາລະນະ, ສາທາລະອຸປະໂພກ ແລະ ສາທາລະນະສຸກ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...