ປະດັບຫລຽນໄຊ ອິດສະຫລະຊັ້ນ I ໃຫ້ອະດີດຊ່ຽວຊານ ທະຫານອາສາສະໝັກຫວຽດນາມ

ຂປລ. ໃນວັນທີ 27 ກໍລະກົດ ນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຮ່າໂນ້ຍ, ໄດ້ຈັດພິທີປະດັບຫລຽນໄຊ ອິດສະຫລະຊັ້ນ I ໃຫ້ ສະຫາຍ ຟ້າມຫງອກເບິນ (ຫລື ຄໍາຍອດ) ແລະ ສະຫາຍ ຫງວຽນຕິ້ນ, ອະດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ ທີ່ມີຜົນງານ, ຄຸນງາມຄວາມດີ, ອຸທິດເຫື່ອແຮງ, ສະຕິປັນຍາ, ເສຍສະຫລະຊີວິດ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງພວກຈັກກະພັດ ລ່າເມືອງຂຶ້ນຕ່າງດ້າວ ຢູ່ເຂດພຽງສາ-ລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ, ​ເຊິ່ງສະຫາຍ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕາງໜ້າລັດຖະບານລາວ ປະດັບຫລຽນດັ່ງກ່າວ, ໃຫ້ແກ່ຕົວແທນຂອງແຂວງເຊີນລາ ຊຶ່ງຕາງໜ້າໃຫ້ 2 ສະຫາຍ ເປັນຜູ້ຮັບແທນ.

ເຂົ້າຮ່ວມໃນພິທີມີ ສະຫາຍ ຫງວຽນກວ໊ກແຄ໋ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊີນລາ, ຜູ້ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດຫວຽດນາມ, ຜູ້ຕາງໜ້າຄະນະປະສານງານທົ່ວປະເທດ ຂອງອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ. ການມອບຫລຽນໄຊ ອິດສະຫລະຊັ້ນ I ເທື່ອນີ້ ມີຂຶ້ນ ໃນທ່າມກາງບັນຍາກາດທີ່ ສອງຊາດ ລາວ-ຫວຽດນາມ ກຳລັງຈັດຕັ້ງຜັນຂະຫຍາຍບົດບັນທຶກກອງປະຊຸມ ຄັ້ງທີ່ 36 ຂອງຄະນະກຳມາທິການ ຮ່ວມມື ລະຫວ່າງ ສອງລັດຖະບານ ວ່າດ້ວຍການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ສຶກສາ, ວິທະຍາສາດ-ເຕັກນິກ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈຳປີ 2016 ໃຫ້ປາກົດຜົນເປັນຈິງ. ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!