Homeຂ່າວທ້ອງຖິ່ນເມືອງຕຸ້ມລານ ປະກາດ 2 ບ້ານ ເປັນບ້ານວັດທະນະທຳ

ເມືອງຕຸ້ມລານ ປະກາດ 2 ບ້ານ ເປັນບ້ານວັດທະນະທຳ

Published on

ຂປລ. ເມືອງຕຸ້ມລານ ແຂວງສາລະວັນ ໄດ້ປະກາດບ້ານສາມະຄີໄຊ ແລະ ບ້ານກົກມ່ວງ ເປັນບ້ານວັດທະນະທຳ ຢ່າງເປັນທາງການ ໃນວັນທີ 25 ກໍລະກົດ 2016 ນີ້, ພາຍຫລັງທີ່ໄດ້ຜ່ານການຕິດຕາມກວດກາ ແລະ ປະເມີນຜົນ ຄົບຕາມ 5 ມາດຖານ ການສ້າງບ້ານ–ຄອບຄົວວັດທະນະທຳ ເຊັ່ນ: ມີເຮືອນຢູ່ຖາວອນ, ມີອາຊີບໝັ້ນຄົງ; ຄອບຄົວມີຄວາມສາມັກຄີຖືກຕ້ອງປອງດອງ; ເອົາໃຈໃສ່ລ້ຽງລູກ ຖືກຫລັກອະນາໄມ, ສຶກສາອົບຮົມລູກເຕົ້າ ໃຫ້ເປັນຄົນຮູ້ຜູ້ດີ ແລະ ໄດ້ສຶກສາຮ່ຳຮຽນ; ການດຳລົງຊິວິດປອດໃສຂາວສະອາດ, ບໍ່ເຊື່ອຖືງົມງວາຍ, ຮັກສາວັດທະນະທຳ–ຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ນັບຖືລະບຽບກົດໝາຍ; ມີຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກ້ວາງຂວາງ.

ໃນພິທີຄັ້ງນີ້, ມີທ່ານ ຈັນສະໝອນ ພົມມະແສງ ເຈົ້າເມືອງໆຕຸ້ມລານ, ມີຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດຽວກັນນີ້, 2 ບ້ານ ດັ່ງກ່າວ ຍັງໄດ້ຖືກປະກາດຮັບຮອງເປັນ ບ້ານສາທາລະນະສຸກແບບຢ່າງ, ບ້ານປ້ອງກັນຊາດເຂັ້ມແຂງ, ປ້ອງກັນຄວາມ ສະຫງົບດີ ແລະ ບ້ານປະຕິບັດສະເໝີພາບ–ຍິງຊາຍຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...