spot_img
Homeຂ່າວເຫດການປະຊາຊົນຈຳນວນ 90% ຂອງຄອບຄົວທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ

ປະຊາຊົນຈຳນວນ 90% ຂອງຄອບຄົວທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ

Published on

ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ:ການພັດທະນາໂຄງການໄຟຟ້າໂດຍນັກລົງທືນພາຍໃນ ແລະ ຕ່າງປະເທດ ທີ່ໄດ້ເຊັນສັນຍາກັບລັດຖະບານທັງຢູ່ສູນກາງ ແລະ ທ້ອງຖິ່ນມາເຖິງປີ 2015 ມີຫຼາຍກວ່າ 350 ໂຄງການ (ເຂື່ອນໄຟຟ້າ 1 ເມກາວັດຂຶ້ນໄປ) ລວມກຳລັງຕິດຕັ້ງທັງໝົດປະມານ 26.147,16 ເມກາວັດ, ໃນນັ້ນ, ມີໂຮງງານໄຟຟ້າທີ່ດຳເນີນການຜະລິດແລ້ວທັງໝົດ 35 ແຫ່ງ, ມີກຳລັງຕິດຕັ້ງ 3.332 ເມກາວັດ ແລະໂຄງການທີ່ກຳລັງກໍ່ສ້າງລວມທັງໂຮງຜະລິດໄຟຟ້າເອກະຊົນຈຳນວນ 21 ໂຄງການມູນຄ່າປະມານ 8.142 ລ້ານໂດລາສະຫະລັດ, ພ້ອມນີ້, ການຂະຫຍາຍລະບົບສາຍສົ່ງແຫ່ງຊາດ, ຕາຂ່າຍໄຟຟ້າລົງສູ່ຊົນນະບົດໃຫ້ເຊື່ອມຈອດໃນທຸກຂົງເຂດທົ່ວປະເທດ       ມາຮອດປັດຈຸບັນຈຳນວນຫຼາຍກວ່າ 148 ເມືອງມີໄຟຟ້າຊົມໃຊ້ຖາວອນ100%, ໃນຈໍານວນທັງໝົດ 8.575 ບ້ານແມ່ນໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ 7.258 ບ້ານເທົ່າກັບ 85% ຂອງຈຳນວນບ້ານແລະ ໃນຈຳນວນຄອບຄົວ 1.132.892 ຄອບຄົວ ທົ່ວປະເທດມີໄຟຟ້າໃຊ້ 1.010.100 ຄອບ ຄົວ ເທົ່າກັບ 90% ຂອງຄອບຄົວໃນທົ່ວປະເທດ, ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະຂະແໜງໄຟຟ້າຍັງໄດ້ຕິດພັນກັບການພັດທະນາຊົນນະບົດຢ່າງຮອບດ້ານ, ໂດຍໄດ້ປະກອບສ່ວນສຳຄັນໃນການບຸກທະລຸດ້ານກໍ່ສ້າງພື້ນຖານໂຄງລ່າງໃນເຂດຊົນນະບົດ, ປະກອບສ່ວນໃນການກໍ່ສ້າງຕົວເມືອງດ້ວຍແຜນພັດທະນາ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເພື່ອເຮັດໃຫ້ຄຸນນະພາບຊີວິດດີຂຶ້ນກວ່າເກົ່າມີຄວາມສະດວກສະບາຍນ້ຳໄຫລໄຟສະຫວ່າງ, ເສັ້ນທາງກວ້າງຂວາງໄປມາສະດວກເຮັດໃຫ້ຖານະທາງດ້ານເສດຖະກິດ-ສັງຄົມຂອງປະຊາຊົນນັບມື້ດີຂຶ້ນ, ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບອັນໝັ້ນຄົງ, ເຊິ່ງໄດ້ປ່ຽນໂສມໜ້າໃໝ່ຂອງຊົນນະບົດໃຫ້ມີຄວາມຈະເລີນສີວິໄລ ແລະ ກາຍເປັນຕົວເມືອງທີ່ທັນສະໄໝໃນອະນາຄົດ.

ທີ່ມາ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...