spot_img
Homeຂ່າວຕ່າງປະເທດປະຊາຊົນ ບຣາຊິລ ຫຼາຍລ້ານຄົນ ອອກມາປະທ້ວງ ເພື່ອຮຽກ ຮ້ອງໃຫ້ ປະທານາທິບໍດີ ລົງຈາກ ຕຳແໜ່ງ

ປະຊາຊົນ ບຣາຊິລ ຫຼາຍລ້ານຄົນ ອອກມາປະທ້ວງ ເພື່ອຮຽກ ຮ້ອງໃຫ້ ປະທານາທິບໍດີ ລົງຈາກ ຕຳແໜ່ງ

Published on

ປະຊາຊົນ ບຣາຊິລ ຫຼາຍລ້ານຄົນ ອອກມາປະທ້ວງ ເພື່ອຮຽກ ຮ້ອງໃຫ້ ປະທານາທິບໍດີ ລົງຈາກ ຕຳແໜ່ງ

ຕຳຫຼວດ ບຣາຊິລ ກ່າວວ່າ ປະຊາຊົນປະມານ 3​ ລ້ານຄົນໃນທົ່ວປະເທດໄດ້ ອອກມາປະທ້ວງຢູ່ກາງຖະໜົນໃນວັນອາທິດວານນີ້ ເພື່ອຮຽກຮ້ອງໃຫ້ປະທາ ນາທິບໍດີ ທ່ານນາງ Dilma Rousseff ລາອອກຈາກຕຳແໜ່ງ.

xa

ພວກຜູ້ປະທ້ວງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາ ສືບຕໍ່ການ ດຳເນີນການກ່າວໂທດທີ່ກຳລັງປະຕິບັດຢູ່ນັ້ນ ຕໍ່ປະທານາທິບໍດີ ຜູ້ທີ່ຖືກກວດພົບວ່າໄດ້ມີສ່ວນຮ່ວມໃນການສໍ້ລາດບັງຫຼວງ ແລະ ນຳພາປະເທດໄປສູ່ການຊຸດໂຊມທາງດ້ານເສດຖະກິດທີ່ຮ້າຍແຮງ ທີ່ສຸດໃນຮອບ 25 ປີ.

ທ່ານ Sergio Praca ນັກວິເຄາະດ້ານການເມືອງ ທີ່ມູນນິທິ Getulio Vargas ໃນນະຄອນ Rio de Janeiro ກ່າວວ່າ ການ ປະທ້ວງ “ແມ່ນຮຸນແຮງຫຼາຍ” ແລະ ເປັນ “ເຫດການທີ່ຮ້າຍແຮງ ທີ່ສຸດສຳລັບລັດຖະບານ.”

ທ່ານນາງ Rousseff ແລະ ພັກກຳມະກອນຂອງທ່ານແມ່ນ ກຳລັງຕໍ່ສູ້ເພື່ອ ຮັກສາອຳນາດໄວ້ຄືເກົ່າ ໃນຂະນະທີ່ເຈົ້າໜ້າທີ່ ກຳລັງຄົ້ນຫາຂໍ້ມູນຢ່າງລະອຽດ ໃນການກວດສອບກ່ຽວກັບ ການສໍ້ລາດບັງຫຼວງຈຳນວນມະຫາສານ ໃນບໍລິສັດ ນ້ຳມັນ Petrobras ທີ່ເປັນຂອງລັດນັ້ນ.

ບັນດາໄອຍະການກ່າວວ່າ ເງິນສິນບົນຫຼາຍກວ່າ 2000 ພັນລ້ານໂດລາໄດ້ຖືກຈ່າຍອອກໄປ ແລະ ເງິນທຶນອື່ນໆຂອງບັນດາບໍລິສັດວິສະວະກອນ ແລະ ການກໍ່ສ້າງ ທີ່ໃຫຍ່ທີ່ສຸດຂອງປະເທດ ໃນການແລກປ່ຽນກັບການເຮັດສັນຍາຕ່າງໆ ກັບບໍລິສັດນ້ຳມັນ Petrobras ທີ່ມີການ ຂະຫຍາຍຕົວຂຶ້ນສູງນັ້ນ.

 

ແຫລ່ງຂ່າວຈາກ: ສຳນັກຂ່າວວີໂອເອລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...