ປະຊາກອນລາວ 1 ລ້ານກວ່າຄົນຮັບວັກຊິນຕ້ານໂຄວິດ-19 ແລ້ວ

Laotian Times ລາຍງານວ່າ: ປະຊາກອນລາວຈຳນວນ 1,015,262 ຄົນໃນຂອບເຂດທົ່ວປະເທດໄດ້ຮັບການສີດວັກຊິນເຂັມທີ 1 ເຊິ່ງກວມ 14% ຂອງພົນລະເມືອງລາວທັງໝົດ (ຕາມສະຖິຕິຂອງການສຳຫຼວດພົນລະເມືອງປີ 2019), ຂະນະທີ່ 632,789 ຄົນແມ່ນໄດ້ຮັບວັກຊິນຄົບທັງ 2 ເຂັມ ຫຼື ກວມປະມານ 8% ແລະອີກສ່ວນທີ່ເຫຼືອທາງທີມງານແພດກຳລັງທະຍອຍສີດໃຫ້ຄົບ.

ປັດຈຸບັນ ສປປ ລາວ ໄດ້ຮັບວັກຊິນທັງໝົດຈຳນວນ 2,197,000 ຫຼອດ ລວມມີ ຊີໂນຟາມ 1,902,000 ຫຼອດ, ສະປູນິກ 1,000 ຫຼອດ, ແອສຕຣາເຊເນກ້າ 132,000 ຫຼອດ ແລະ ໄຟເຊີ ຈຳນວນ 162,000 ຫຼອດ.

ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກໄດ້ກ່າວໃນໂອກາດຖະແຫຼງຂ່າວຫວ່າງບໍ່ດົນຜ່ານມານີ້ວ່າ: ສປປ ລາວ ຄາດວ່າຈະໄດ້ຮັບວັກຊິນເພີ່ມປະມານ 6.6 ລ້ານຫຼອດ, ເຊິ່ງກໍໝາຍຄວາມວ່າ ເຄິ່ງໜຶ່ງຂອງພົນລະເມືອງລາວແມ່ນຈະໄດ້ຮັບວັກຊິນຕ້ານໂຄວິດ-19 ຄົບທັງສອງເຂັມພາຍໃນທ້າຍປີນີ້.

ຢ່າງໃດກໍຕາມ, ຄາດວ່າຈະມີການຈັດສົ່ງວັກຊິນແອສຕຣາເຊເນກ້າ ພ້ອມດ້ວຍ ວັກຊິນ Johnson & Johnson ມາຍັງລາວໃນບໍ່ຊ້ານີ້ ສ່ວນລາຍລະອຽດຂອງຈຳນວນວັກຊິນດັ່ງກ່າວ ທາງທີມງານລາວໂພສຈະມີການອັບເດດໃຫ້ຮູ້ຕື່ມ.