spot_img
Homeຂ່າວຕ່າງປະເທດຊາຍອາເມລິກາ 2 ຄົນຖືກຈັບຂໍ້ຫາກ່ຽວຂ້ອງຄະດີລອບສັງຫານປະທານາທິບໍດີໄຮຕິ

ຊາຍອາເມລິກາ 2 ຄົນຖືກຈັບຂໍ້ຫາກ່ຽວຂ້ອງຄະດີລອບສັງຫານປະທານາທິບໍດີໄຮຕິ

Published on

PORT-AU-PRINCE, Haiti (AP) — ຊາຍອາເມລິກາ 2 ຄົນ ຖືກຈັບກຸມໃນຖານະຜູ້ຕ້ອງສົງໄສທີ່ມີສ່ວນກ່ຽວຂ້ອງກັບການລອບສັງຫານປະທານາທິບໍດີໄຮຕິ, ໜຶ່ງໃນຜູ້ຕ້ອງຫາດັ່ງກ່າວອ້າງວ່າເປັນອະດີດຜູ້ຄຸ້ມກັນທີ່ສະຖານທູດແຄນາດາ ໃນປໍໂຕ ອູ ພຣິນສ໌.

ຈາກກໍລະນີເກີດເຫດກຸ່ມຄົນຮ້າຍໄດ້ບຸກເຂົ້າໄປລອບສັງຫານປະທານາທິບໍດີ ໂຈເວນເນວ ໂມອິສ ແຫ່ງໄຮຕິ ໃນບ້ານພັກພາຍໃນເຂດທຳນຽບປະທານະທິບໍດີ ຊ່ວງຕອນເຊົ້າຂອງວັນທີ 7 ກໍລະກົດຜ່ານມາ, ຫຼ້າສຸດເຈົ້າໜ້າທີ່ສາມາດຈັບກຸມຜູ້ຕ້ອງສົງໄສທີ່ອາດມີສ່ວນກ່ຽວຂ້ອງກັບເຫດການລອບສັງຫານໄດ້ແລ້ວ 6 ລາຍ.

ທ່ານ ມາເທີຍສ ປີແອຣ໌, ລັດຖະມົນຕີກະຊວງເລືອກຕັ້ງຂອງໄຮຕິກ່າວວ່າ: ຜູ້ຕ້ອງສົງໄສ 2 ໃນ 6 ນັ້ນ ເປັນຊາຍອາເມລິກາເຊື້ອສາຍໄຮຕິ. ພາຍຫຼັງເກີດເຫດ, ກຸ່ມຄົນຮ້າຍໄດ້ຍິງປືນປະທະກັບເຈົ້າໜ້າທີ່ຕຳຫຼວດຢ່າງດຸເດືອດ ເຮັດໃຫ້ຄົນຮ້າຍເສຍຊີວິດ 4 ລາຍ ທັງຖືກຈັບເພີ່ມອີກ 2 ຄົນ ສ່ວນທີ່ເຫຼືອໄດ້ເອົາຕົວຫຼົບໜີ ແຕ່ທາງເຈົ້າໜ້າທີ່ກໍຍັງສືບຕໍ່ຕິດຕາມຈັບກຸມກຸ່ມຄົນຮ້າຍເຫຼົ່ານີ້ ໂດຍຈະດຳເນີນການຈັບເປັນ ແລະ ຈັບຕາຍຫາກມີຜູ້ຕໍ່ຕ້ານເຈົ້າໜ້າທີ່.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...