spot_img
Homeຂ່າວພາຍ​ໃນປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

Published on

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ໃນພິທີ, ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ອອກພັກຜ່ອນຮັບອູດໜູນບຳນານ. ພ້ອມກັນນີ້, ໄດ້ຜ່ານຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ທ່ານ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ໄປປະຈຳການຢູ່ ລັດວິສາຫະກິດໄຟຟ້າລາວ.

ຫຼັງຈາກນັ້ນ, ທ່ານ ນາງ ແສງເດືອນ ວົງອິນ ຫົວໜ້າກົມຈັດຕັ້ງ ແລະ ພະນັກ ງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການອະນຸມັດໃຫ້ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ພັກການຮັບອູດໜູນບຳເນັດ ພ້ອມທັງປະກາດແຕ່ງຕັ້ງ ທ່ານ ອາຄົມເດດ ວົງໄຊ ເປັນຜູ້ອຳ ນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ແຕ່ງຕັ້ງ ທ່ານ ດາວວຽງ ສຸນັນທະລາດ ຮອງຜູ້ອຳນວຍການບໍລິສັດຜະລິດໄຟຟ້າລາວມະຫາຊົນ ເປັນຮັກສາການຜູ້ອຳນວຍການບໍລິສັດຜະລິດໄຟຟ້າລາວມະຫາຊົນ ປ່ຽນແທນ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການບໍລິສັດຜະລິດໄຟຟ້າລາວມະຫາຊົນ ຜູ້ເກົ່າ.
ຂະນະດຽວກັນ ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ໂຄຕະມີ ຈັນທະມາລິນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ເປັນຮັກສາການຫົວໜ້າກົມແຜນການ ແລະ ການຮ່ວມມື.

ແຫຼ່ງຂ່າວ: ສູນຂ່າວພະລັງງານ ແລະ ບໍ່ແຮ່

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...