spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກ​ສ ແຂວງ​ຈຳ​ປາ​ສັກ ຈັບ​ຜູ້​ຄ້າ​ຢາ​ບ້າລາຍ​ໃຫຍ່ ພ້ອມ​ຂອງ​ກາງ 2 ພັນ​ເມັດ!

ປກ​ສ ແຂວງ​ຈຳ​ປາ​ສັກ ຈັບ​ຜູ້​ຄ້າ​ຢາ​ບ້າລາຍ​ໃຫຍ່ ພ້ອມ​ຂອງ​ກາງ 2 ພັນ​ເມັດ!

Published on

yaba

ໃນວັນທີ 1 ເມສານີ້, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ, ສາມາດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ຢູ່ເສັ້ນທາງເຂດທາງເລກ 13 ໃຕ້ ເຂດເມືອງຊະນະສົມບູນ ຜູ້ຕ້ອງຫາຄື ທ້າວ ພອນວິໄລ ອາຍຸ 25 ປີ ຢູ່ບ້ານເລົ່າຫຍ້າ ເມືອງ ປະທຸມພອນ ແຂວງຈຳປາສັກ ພ້ອມຂອງກາງຢາບ້າ ຈຳນວນ 2 ພັນເມັດ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ພອນວິໄລ ຖືກຈັບຕົວໄດ້ໃນຂະນະຂັບຂີ່ລົດຈັກແຕ່ ເມືອງຊະນະສົມບູນເພື່ອເຂົ້າມາ ເມືອງປະທຸມພອນ, ຊຶ່ງເຈົ້າໜ້າທີ່ຕັ້ງດ່ານກວດ ກາເອກກະສານລົດ ແລະ ໄດ້ກວດຄົ້ນລົດຈັກຜູ້ກ່ຽວຈຶ່ງພົບເຫັນຢາເສບຕິດດັ່ງກ່າວ ຊຸກເຊື່ອງຢູ່ກ້ອງເບາະລົດຈຶ່ງ ໄດ້ຍຶດໄວ້ເປັນຫລັກຖານ ໃນການດຳເນີນຄະດີຕາມລະບຽບກົດໝາຍ.

ທ່ານຫົວໜ້າຫ້ອງຕຳຫລວດກອງບັນຊາການ ປກສ ແຂວງຈຳປາສັກ ພັນໂທ ຄອນສະຫວັນ ໄຊຊະນະ ໃຫ້ຮູ້ວ່າ: ພາຍຫລັງ, ໄດ້ຕັ້ງດ່ານກວດກາລົດເຂົ້າ-ອອກ ເມືອງໃນເສັ້ນທາງເລກ 13 ໃຕ້ເຂດເມືອງຊະນະສົມບູນເພື່ອກວດກາພາ ຫະນະທີ່ເຂົ້າ-ອອກ ແລະ ແນ່ໃສ່ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ການຂົນສົ່ງຢາເສບຕິດ, ລັກລອບຂົນສົ່ງໄມ້ຜິດກົດໝາຍ, ການຄ້າຂາຍເຖື່ອນຕ່າງໆເພື່ອຈັບຜູ້ກະທຳຜິດມາດຳເນີນຄະດີຄື: ໃນວັນທີ 6 ກຸມພາ 2015, ສາມາດຈັບຂະບວນການຄ້າຢາເສບຕິດຈຳນວນໜຶ່ງພ້ອມຂອງການຢາບ້າ 36 ພັນເມັດ, ວັນທີ 29 ມີນາ 2015 ຈັບຜູ້ລັກລອບຂົນໄມ້ເຖື່ອນໄດ້ຜູ້ຕ້ອງຫາສອງຄົນ ແລະ ຍືດລົດກະບະວີໂກ້ທີ່ນຳໃຊ້ເປັນພາຫະນະຂົນສົ່ງໄມ້ຜິດກົດໝາຍດັ່ງກ່າວໄວ້ໄດ້ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...