spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ແຂວງສະຫວັນນະເຂດ ຈັບຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍ!

ປກສ ແຂວງສະຫວັນນະເຂດ ຈັບຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍ!

Published on

thief

ເມື່ອທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງສະຫວັນນະເຂດ, ໄດ້ຈັບຕົວຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍຄື ທ້າວ ຄຳສິງ ວິໄລວົງ ອາຍຸ 40 ປີ ຢູ່ບ້ານນາກອຍ ແລະ ນາງ ຄຳຫລ້າ ອາຍຸ 40 ປີ ຢູ່ບ້ານໂພນງອຍ ເມືອງອາດສະພັງທອງ ແຂວງດັ່ວກ່າວ ພ້ອມຂອງກາງຢາບ້າ 5 ພັນເມັດ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພວກກ່ຽວແມ່ນເປົ້າໝາຍຕິດຕາມຂອງ ເຈົ້າໜ້າທີ່ມາ ດົນແລ້ວ, ພາຍຫລັງມີພົນລະເມືອງດີແຈ້ງໃຫ້ຊາບວ່າທັງສອງມີ ການເຄື່ອນ ໄຫວຄ້າຂາຍຢາເສບຕິດໃຫ້ໄວໜຸ່ມໃນເຂດເມືອງອາດສະພັງທອງ ແລະ ເມືອງ​ໃກ້ຄຽງ, ຈຶ່ງໄດ້ຈັດກຳລັງຕິດຕາມ ແລະ ຈັບທ້າວ ຄຳສິງ ໄດ້ໃນຂະນະເອົາຢາບ້າໄປສົ່ງໃຫ້ລູກຄ້າຈຳນວນ 2 ພັນເມັດ, ຫລັງຈາກນັ້ນໄດ້ນຳຕົວມາສືບສວນ-ສອບສວນຂະຫຍາຍຜົນຜູ້ກ່ຽວຈຶ່ງໄດ້ຊັກທອດວ່າ ຢາບ້າທັງໝົດແມ່ນຊື້ມານຳນາງຄຳຫລ້າ ຢູ່ບ້ານໂພນງອຍ ເຈົ້າໜ້າທີ່ຈຶ່ງໄດ້ນຳກຳລັງເຂົ້າຈັບຕົວ ແລະ ກວດຄົ້ນພາຍໃນເຮືອນພົບຢາບ້າຢູ່ຫ້ອງ ນອນຈຳນວນ 3 ພັນເມັດ, ພ້ອມເງິນ 34 ພັນບາດ (ສະກຸນເງິນໄທ) ແລະ 5 ລ້ານກວ່າກີບ, ຈຶ່ງໄດ້ຍຶດໄວ້ ເປັນຫລັກຖານເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...