spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງພິນ ສ້າງຜົນງານ ມອບລົດຈັກທີ່ຖືກລັກຄືນເຈົ້າຂອງເດີມ

ປກສ ເມືອງພິນ ສ້າງຜົນງານ ມອບລົດຈັກທີ່ຖືກລັກຄືນເຈົ້າຂອງເດີມ

Published on

 

ເມື່ອທ້າຍອາທິດຜ່ານມານີ້, ທ່ານພັນຕີ ຄຳສະໄໝ ສິດທິຊົນ ຮອງຫົວໜ້າກອງບັນຊາການ ປກສ ເມືອງພີນ ແຂວງສະຫວັນນະເຂດ ໄດ້ມອບລົດ

ຈັກຈຳນວນ 14 ຄັນຄືນໃຫ້ເຈົ້າຂອງເດີມ, ພາຍຫລັງກຳລັງເຈົ້າໜ້າທີ່ໄດ້ມ້າງຂະບວນການລັກລົດໂຕອັນຕະລາຍພາຍໃນເມືອງດັ່ງກ່າວ ເມື່ອຕົ້ນປີ

ນີ້, ຊຶ່ງມີຜູ້ຕ້ອງຫາຄື ທ້າວ ດອນ ອາຍຸ 32 ປີ, ຢູ່ບ້ານພິນ, ທ້າວ ໂກກ ອາຍຸ 22 ປີ, ທ້າວ ກິແດງ ອາຍຸ 23 ປີ, ຢູ່ບ້ານປະສົມໄຊ, ທ້າວ ເກສອນ

ອາຍຸ 24 ປີ, ທ້າວ ຈ່ອຍ ອາຍຸ 19 ປີ ຢູ່ບ້ານເວີນຫົງຄຳ ແລະ ທ້າວ ວິຊານ ອາຍຸ 25 ປີຢູ່ບ້ານສີບຸນເຮືອງ ເມືອງພີນ ແຂວງສະຫວັນນະເຂດ,

ພ້ອມຂອງກາງລົດຈັກທີ່ພວກເຂົາລັກມາໄດ້ 26 ຄັນ, ຈຶ່ງໄດ້ແຈ້ງໃຫ້ຜູ້ເປັນເຈົ້າຂອງລົດ ນຳເອກກະສານມາຢັ້ງຢືນພົວພັນເອົາລົດຂອງຕົນຄືນ,

ສ່ວນລົດທີ່ຍັງເຫລືອແມ່ນຈະສືບລໍຖ້າໃຫ້ເຈົ້າຂອງນຳເອກກະສານລົດມາພົວພັນເອົາເຊັ່ນກັນ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...