spot_img
Homeຂ່າວພາຍ​ໃນປກສ ກັກຕົວ 2 ຄົນ ທີ່ຫາກໍອອກຈາກຄຸກໃນຂໍ້ຫາລັກຊັບ

ປກສ ກັກຕົວ 2 ຄົນ ທີ່ຫາກໍອອກຈາກຄຸກໃນຂໍ້ຫາລັກຊັບ

Published on

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນວ ກັກຕົວທ້າວ ອຸທອນ ຫຼື ນຸ້ຍ ແລະທ້າວ ຈິນດາ ຫຼື ມືດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ພາຍຫຼັງຊີງຊັບ (ລົດຈັກ) ໄປໄດ້ 3 ວັນ; ເຊິ່ງທັງ 2 ຄົນ ແມ່ນເຄີຍຖືກດັດສ້າງມາແລ້ວ 2 ປີ ໃນຂໍ້ຫາລັກຊັບພົນລະເມືອງ ແລະມີຢາເສບຕິດໄວ້ໃນຄອບຄອງ.

ພັທ ດາວວົງ ຫຸມມະວົງ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນວ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ວ່າ: ເວລາ 00:40 ນາທີ ຂອງວັນທີ 24 ກຸມພາ 2023, ໄດ້ຂັບຂີ່ລົດຈັກມາແຕ່ບ່ອນເຮັດວຽກ ພໍຮອດເຂດບ້ານໂພນສົມບູນ ມີຊາຍ 2 ຄົນ ໄດ້ຂັບຂີ່ລົດຈັກມາຮຽງຂ້າງ ພ້ອມທັງ ບອກໃຫ້ຈອດ ແຕ່ຕົນເອງໄດ້ຂີ່ລົດລົບໜີ ເມື່ອຮອດໄຟແດງເຂດບ້ານໂພນສົມບູນ ຊາຍ 2 ຄົນກໍນຳທັນ ແລະ ດຶງເຂົາລົດເຮັດໃຫ້ລົດລົ້ມ ຈາກນັ້ນ ຊາຍ 1 ຄົນໄດ້ລົງມາຍາດເອົາລົດຈັກຂອງຕົນເອງ ປ້າຍເລກທະບຽນ ດຫ 6636 ກຳແພງນະຄອນ, ພ້ອມທັງ ຊັບສິນຢູ່ກ້ອງເບາະລົດແລ້ວຂັບຂີ່ລົບໜີໄປ ສ່ວນຜູ້ເສຍໄດ້ຮັບບາດເຈັບສົມຄວນ.

ພາຍຫຼັງໄດ້ຮັບແຈ້ງຄວາມ, ເຈົ້າໜ້າທີ່ ຈິ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດ ແລະຕິດຕາມເປົ້າໝາຍສົງໄສຕາມຈຸດຕ່າງໆ. ມາຮອດວັນທີ 27 ກຸມພາ 2023, ກໍສາມາດກັກຕົວຜູ້ຖືກສົງໄສໄດ້ 2 ຄົນຄື: ທ້າວ ອຸທອນ ຫຼື ນຸ່ຍ ອາຍຸ 20 ປີ, ວ່າງງານ, ບ້ານໂນນຂີ້ເຫຼັກ ແລະ ທ້າວ ຈິນດາ ຫຼື ມືດ ອາຍຸ 32 ປີ, ວ່າງງານ, ບ້ານໂນນແກ້ວ ທັງສອງຄົນຢູ່ ເມືອງສີໂຄດຕະບອງ ນວ, ພ້ອມທັງ ເກັບກູ້ຂອງກາງລົດຈັກຄືນມາໄດ້.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ທ້າວ ອຸທອນ ຫຼື ນຸ່ຍ ໄດ້ຮັບສາລະພາບວ່າ: ຕົນເອງໄດ້ຮ່ວມກັບ ທ້າວ ຈິນດາ ຫຼື ມືດ ກໍ່ເຫດຍາດຊີງລົດຈັກ ປ້າຍເລກທະບຽນ ດຫ 6636 ກຳແພງນະຄອນແທ້ ແລະຜ່ານມາ ແມ່ນຖືກດັດສ້າງຢູ່ ປກສ ເມືອງສີໂຄດຕະບອງ 2 ປີ ໃນຂໍ້ຫາລັກຊັບພົນລະເມືອງ ແລະ ມີຢາເສບຕິດໄວ້ໃນຄອບຄອງ ຫຼັງຈາກພົ້ນໂທດອອກມາ ຈິງໄດ້ພາກັນມາຊີງຊັບ ເພື່ອນໍາໄປຂາຍແລ້ວນໍາເງິນມາແລ້ວໄດ້ໄປໃຊ້ຈ່າຍ.

ປັດຈຸບັນ ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ກໍາລັງສືບຕໍ່ດໍາເນີນການ ສືບສວນ-ສອບສວນ ເພື່ອເປີດກ້ວາງຂະຫຍາຍຜົນຊອກຫາພວກຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ; ສ່ວນລົດຈັກທີ່ເກັບກູ້ໄດ້ແມ່ນມອບໃຫ້ເຈົ້າຂອງແລ້ວ.

ແຫຼ່ງຂ່າວ ປກສ ນວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...