spot_img
Homeຂ່າວກິລາບໍ່ແກ້ວ ຈະຈັດງານແຂ່ງຂັນແລ່ນຮາຟມາຣາທອນ ຄັ້ງທີ 4 ທ້າຍເດືອນມິຖຸນານີ້

ບໍ່ແກ້ວ ຈະຈັດງານແຂ່ງຂັນແລ່ນຮາຟມາຣາທອນ ຄັ້ງທີ 4 ທ້າຍເດືອນມິຖຸນານີ້

Published on

ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈະຈັດງານແຂ່ງຂັນແລ່ນມາຣາທອນ ຄັ້ງທີ 4 (Half Marathon 2024) ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຕ້ານຢາເສບຕິດສາກົນ ຄົບຮອບ 37 ປີ, ຊຶ່ງຈະຈັດຂຶ້ນໃນວັນທີ 26 ມິຖຸນາ 2024 ນີ້.

ການແຂ່ງຂັນແລ່ນຮາຟມາຣາທອນ ຄັ້ງນີ້ ປະກອບມີ 2 ປະເພດ ຄື: ຮາຟມາຣາທອນ (21,1 ກິໂລແມັດ) ແລະ ມິນິມາຣາທອນ (6,26 ກິໂລແມັດ), ລວມມີ 200 ລາງວັນ ລວມມູນຄ່າ 1.653 ລ​້ານກີບ.

ຈຸດ​ປະ​ສົງຂອງການຈັດງານດັ່ງກ່າວນີ້ ກໍເພື່ອສ້າງຂະບວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ກໍຄືການສະເຫຼີມສະຫຼອງວັນຕ້ານຢາເສບຕິດສາກົນໃຫ້ເປັນຂະບວນຟົດຟື້ນ ພ້ອມນັ້ນ ຍັງເປັນການສົ່ງເສີມໃຫ້ມວນຊົນ ໄດ້ເຂົ້າຮ່ວມຂະບວນການອອກກໍາລັງກາຍ ເພື່ອໃຫ້ມີສຸຂະພາບແຂງແຮງ.
ລາຍລະອຽດການແຂ່ງຂັນ ລະບຸໄວ້ຕາມໃບແຈ້ງເຊີນເຂົ້າຮ່ວມດັ່ງລຸ່ມນີ້:

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...