spot_img
Homeຄວາມງາມບໍລິຈາກເລືອດ ເຮັດໃຫ້ຕຸ້ຍແທ້ຫລືບໍ່?

ບໍລິຈາກເລືອດ ເຮັດໃຫ້ຕຸ້ຍແທ້ຫລືບໍ່?

Published on

21_8_54_1

ບໍລິຈາກ​ເລືອດ ເປັນ​ກິດຈະກຳ​ທີ່​ສຳຄັນ​ຫລາຍ​ໃນ​ສັງຄົມ​ປະຈຸບັນ​ເພາະ ເປັນ​ຄວາມ​ຊ່ວຍເຫລືອ​ໂດຍ​ກົງ​ຕໍ່​ອີກຄົນ​ໜຶ່ງ ​ຫລື ​ຫລາຍ​ຄົນ ແຕ່​ຫລາຍ​ຄົນ​ຈົ່ມ​ວ່າ ​ບໍ່​ຄ່ອຍ​ມັກ ບໍລິຈາກ​ເລືອດ ຫລື​ ບໍ່​ເຄີຍ​ບໍລິຈາກ​ເລີຍ ດ້ວຍ​ເຫດຜົນ​ທີ່​ແຕກ​ຕ່າງ​ກັນ​ໄປ ເຫດຜົນ​ໜຶ່ງ​ທີ່​ໄດ້ຍິນ​ຫລາຍເທື່ອ​ ​ໃນ​ກຸ່ມ​ສາວໆ ຄື​ບໍ່​ຢາກ ບໍລິຈາກ​ເລືອດ ເພາະ​ຢ້ານ​ຕຸ້ຍ

ຄວາມ​ເຊື່ອ​ນີ້​ກໍ​ເປັນຕາຢ້ານ​ຢູ່​ຫາກ​ເປັນ​ຄວາມ​ຈິງ ​ຜູ້​ຊ່ຽວຊານ​ຕ່າງປະເທດ   ​ຍອມ​ຮັບ​ວ່າ ​ມີ​ຫລາຍ​ຄົົນທີ່​ເຂົ້າໃຈ​ຜິດ​ໃນ​ເລື່ອງ​ນີ້​ຈົນ​ເກີດ​ຄວາມ​ລັງ​ເລ​ທີ່​ຈະ​ມາ ບໍລິຈາກ​ເລືອດ ແຕ່​ຫລັກ​ຖານ​ຈາກ​ໂຕແທ້ສຽງ​ແທ້​ຂອງ​ຜູ້​ທີ່ ບໍລິຈາກ​ເລືອດ ຖືກ 3 ເດືອນ​ ກໍ​ພິສູດ​ໄດ້​ແລ້ວ​ວ່າ​ເປັນ​ຄວາມ​ເຊື່ອ​ທີ່​ບໍ່​ຖືກ​ຕ້ອງ ເພາະ​ຄົນເຫລົ່າ​ນັ້ນ​ແທນ​ທີ່​ຈະ​ຕຸ້ຍ​ກັບ​ສຽງ​ລື​ສຽງ​ເລົ່າ​ອ້າງ ພັດມີ​ຮູບ​ຮ່າງ​ທີ່​ດີ ​ແລະ ​ມີ​ສຸຂະພາບ​ທີ່​ສົມບູນ​ຂຶ້ນ​ກວ່າ​ເກົ່າ

ສິ່ງ​ດຽວ​ທີ່​ໜ້າ​ກັງ​ວົນ​ຄື ​ເລື່ອງ​ຂອງ​ທາດ​ເຫລັກ ບາງ​ຄົນ​ມາ ບໍລິຈາກ​ເລືອດ ແລ້ວ​ຢ້ານ​ຕຸ້ຍ ເພາະ​ຄວາມ​ເຊື່ອ​ທີ່​ຜິດ ຈຶ່ງ​ກິນອາຫານ​ນ້ອຍ ​ຫລື​ ບໍ່​ກິນ​ເລີຍ ເຮັດໃຫ້​ສູນ​ເສຍ​ໂອ​ກາດ​ທີ່​ຮ່າງກາຍ​ຈະ​ຜະລິດ​ທາດ​ເຫລັກ​ມາ​ຊົດ​ເຊີຍ​ກັບ​ການ ບໍລິຈາກ​ເລືອດ ຄວາມ​ຈິງ​ແລ້ວ​ທາງ​ຜູ້​ຮັບ ບໍລິຈາກ​ເລືອດ ​ທຸກ​ແຫ່ງ ຈະ​ຂໍ​ໃຫ້​ຜູ້ ບໍລິຈາກ​ເລືອດ ກິນ​ຢາ​ເສີມ​ທາດ​ເຫລັກ​ຫລັງ​ການ​ໃຫ້​ເລືອດ​ທຸກ​ເທື່ອ ເຊິ່ງ​ພຽງ​ພໍ ​ແລະ ​ເປັນ​ຜົນດີີ​ຕໍ່​ຮ່າງກາຍ​ຢູ່​ແລ້ວ ການ​ກິນ​ອາຫານ​ທີ່​ພຽງ​ພໍ ​ແລະ ​ມີ​ປະໂຫຍດ​ຕໍ່​ຮ່າງກາຍ​

ຄວາມ​ຈິງ​ການບໍລິຈາກ​ເລືອດ ຈະ​ເຮັດໃຫ້​ຮ່າງກາຍ​ມີ​ຄວາມ​ສົດ​ຊື່ນ ​ແລະ ​ມີ​ການ​ໝຸນ​ວຽນ​ເລືອດ​ທີ່​ດີ​ຂຶ້ນ ຜິວ​ພັນ​ຈຶ່ງ​ເສາະໃສ​ມີ​ນ້ຳ​ມີ​ນວນ ເຮົາ​ຈຶ່ງ​ຄວນ​ຊ່ວຍ​ກັນ ບໍລິຈາກ​ເລືອດ ເພື່ອ​ຄົນ​ອື່ນ ​ແລະ ​ເພື່ອ​ໂຕ​ເອງ​

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...