spot_img
Homeຂ່າວເຫດການບຸນທາດຫລວງປີນີ້ ການສັນຈອນໃນຫລາຍເສັ້ນທາງຕິດຂັດໜັກໜ່ວງ!

ບຸນທາດຫລວງປີນີ້ ການສັນຈອນໃນຫລາຍເສັ້ນທາງຕິດຂັດໜັກໜ່ວງ!

Published on

traffic

 

ຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ທ່ານ ພັນຕີ ຍຸດຕະພົງ ບອກກັບນັ ຂ່າວພວກເຮົາໃນວັນທີ 6

ພະຈິກນີ້ວ່າ:ການສັນຈອນຂອງຍວດຍານ ພາຫະນະຕາມເສັ້ນໃນໄລຍະບຸນທາດຫລວງ ປີນີ້ນັບວ່າມີ ຄວາມຫຍຸ້ງ

ຍາກຕິດຂັດ ຫລາຍທີ່ສຸດເປັນປະຫວັດການ, ໂດຍສະເພາະເສັ້ນທາງເຊື່ອມຕໍ່ເຂົ້າສູ່ບໍລິເວນສະ ຖານທີ່ຈັດງານບຸນ

ເຊັ່ນ: ເສັ້ນທາງວຽງຈະ ເລີນ, ໂພນ ເຄັງ, ໜອງບອນ, ທາງເຕ 4 ແລະ ອື່ນໆ ຊຶ່ງສ້າງຄວາມແອອັດເປັນຢ່າງຍິ່ງໃຫ້

ຜູ້ຂັບຂີ່ພົບພໍ້ຄວາມຫຍຸ້ງຍາກ ຕ່າງໆ ຫລາຍສົມຄວນ, ທັງເປັນວຽກໜັກຕໍ່ເຈົ້າໜ້າທີ່ໃນການປະຕິບັດໜ້າທີ່ອຳ

ນວຍຄວາມສະດວກລະບາຍ ລົດໃນເສັ້ນທາງດັ່ງ ກ່າວ, ແຕ່ຍ້ອນລົດຂອງຜູ້ມາທ່ຽວງານມີ ເປັນຈຳນວນຫລາຍ

ບວກກັບ ຫລາຍເສັ້ນທາງຂ້ອນຂ້າງນ້ອຍແຄບ, ສະຖານ ທີ່ ຈອດລົດບໍລິເວນງານບຸນມີໜ້ອຍຈຶ່ງເກີດມີ ສະພາບ

ຈອດລົດຊະຊາຍບໍ່ເປັນ ລະບຽບ ແລະ ພາໃຫ້ເກີດສະພາບລົດຕິດຂັດ ແອອັດໃນຫລາຍເສັ້ນທາງ.

 

ປະຊາຊົນທີ່ມາທ່ຽວບຸນທ່ານ ໜຶ່ງບອກກັບນັກຂ່າວວ່າ: ໃນ ຕອນເຊົ້າວັນທີ 6 ພະຈິກນີ້ ເຊິ່ງເປັນມື້ໃສ່ບາດລາວ

ຂັບລົດ ໃຫຍ່ມາແຕ່ສີ່ແຍກໄຟແດງທາດຫຼວງຫາສາມແຍກໂພນເຄັງໃຊ້ເວລາ ເກືອບ 3 ຊົ່ວໂມງຈຶ່ງສາມາດອອກ

ວິດຈາກຄວາມແອ ອັດໄດ້, ຂະນະທີ່ປະຊາຊົນອີກທ່ານໜຶ່ງມາແຕ່ແຂວງສະຫວັນນະເຂດບອກວ່າລາວຂັບລົດມາ

ແຕ່ເສັ້ນທາງໂພນພະເນົາຫາ ໂພນເຄັງເສຍເວລາເກືອບສາມຊົ່ວໂມງ ເຊັ່ນກັນ ແລະ ບໍ່ເຄີຍເຫັນສະພາບລົດຕິດ

ແອອັດໜັກໜ່ວງແບບນີ້ຈັກເທື່ອ.

 

ທ່ານຫົວໜ້າພະແນກຈະລາຈອນ ບອກວ່າ: ບຸນທາດຫລວງ ປີນີ້, ນະຄອນຫລວງວຽງຈັນ ໄດ້ຈັດວາງກຳລັງເຈົ້າໜ້າ

ທີ່ຈະ ລາຈອນຫລາຍກວ່າ 600 ຄົນ ປະຈຳຢູ່ເສັ້ນທາງ, ຈຸດສາມ ແຍກ, ສີ່ແຍກໃນເສັ້ນທາງທີ່ ເຊື່ອມຕໍ່ສູ່ທາດຫລວງ

ເກືອບ 90 ຈຸດເພື່ອລະບາຍການສັນຈອນ ໃຫ້ມີຄວາມສະດວກໂລ່ງລຽນ, ແຕ່ການປະຕິບັດວຽກງານຕົວ ຈິງກໍຍັງ

ເຫັນວ່າມີສະພາບຫຍຸ້ງ ຍາກສັບສົນຢູ່ຫລາຍຈຸດ, ເຊິ່ງບັນຫາດັ່ງກ່າວເຈົ້າໜ້າທີ່ພວກເຮົາຈະໄດ້ຖືເປັນບົດຮຽນໃນ

ການແກ້ໄຂ ແລະ ວາງແຜນຮັບ ມືກັບການຈັດສັນລະບາຍລົດງານບຸຸນໃຫຍ່ຕ່າງໆໃຫ້ດີຂຶ້ນກວ່າເກົ່າເພື່ອຫລີກລ້ຽງ

ສະພາບບໍ່ດີເກີດຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...