spot_img
Homeຂ່າວທ້ອງຖິ່ນບຸນຊ່ວງເຮືອທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ຈັດຂື້ນຢ່າງເປັນທາງການ

ບຸນຊ່ວງເຮືອທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ຈັດຂື້ນຢ່າງເປັນທາງການ

Published on

ວັນທີ່ 26 ສີງຫາ 2022 ນີ້ ນະຄອນ ຫຼວງພະບາງ ໄດ້ຈັດບຸນຊ່ວງເຮືອປະເພນີປະຈໍາປີ 2022 ໃຫ້ກຽດເຂົ້າຊົມ ມີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ຕາມແຄມຟັ່ງນ້ຳຄານ.

ພິທີ ເລີ້ມແຕ່ຕອນເຊົ້າໄດ້ເຕົ້າໂຮມການນໍາພັກ-ລັດ ຊາວພຸດທະສາສະນິກະຊົນ, ແຂກທັງພາຍໃນ ແລະຕ່າງປະເທດ, ຕະຫຼອດຮອດປະຊາຊົນບັນດາເຜົ່າທຸກຖ້ວນໜ້າ ພ້ອມກັນໃສ່ບາດຢາດນ້ຳ ແລະປະກອບພິທີທາງສາສະໜາ, ຈາກນັ້ນ ໄດ້ມີການເຕົ້າໂຮມບັນດາເຮືອຊ່ວງທີ່ເຂົ້າແຂ່ງຂັນ ຢູ່ສາຍນ້ຳຄານເຂດທ່າປ່າເຝືອນ ຫາປາກນ້ຳຄານ ເພື່ອດຳເນີນການແຂ່ງຂັນຢ່າງເປັນທາງການ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ກ່າວເປີດພິທີຢ່າງເປັນທາງການວ່າ: ເປັນປະຈຳທຸກປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ມີການຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ, ອັນເປັນປາງບຸນໜື່ງ ທີ່ໄດ້ ສືບທອດກັນມາແຕ່ ສັດຕະວັດທີ່ 19 ໂດຍແມ່ນເຈົ້າມັນທາຕຸລາດ ກະສັດປົກຄອງອານາຈັກລາວລ້ານຊ້າງຫລວງພະບາງ ເປັນຜູ້ລິເລີ່ມ ແລະໄດ້ຮັບການສືບທອດມາເຖີງປັດຈຸບັນ ເປັນການສະແດງເຖີງ ພາລະກຳລັງ ຄວາມສາມັກຄີ ແລະບົດຮຽນ-ປະສົບການ ພ້ອມທັງເປັນການບູຊາພະຍານາກ ຕາມຮີດຄອງປະເພນີອັນດີງາມ ເພື່ອປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ້ງເຮືອງ ແລະຢູ່ເຢັນເປັນສຸກຕະຫລອດໄປ.

ທ່ານກ່າວຕື່ມວ່າ: ບຸນຊ່ວງເຮືອທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ບໍ່ໄດ້ຈັດຂື້ນ 2 ປີຜ່ານມາ ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ 19 ສະເພາະປີນີ້ ອົງການປົກຄອງນະຄອນ ໄດ້ຮັບການອານຸຍາດຈາກອົງການປົກຄອງແຂວງ ໃຫ້ຈັດຂື້ນອີກຄັ້ງ ໂດຍມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນ ຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ, ພິເສດ ມີເຮືອຊ່ວງຈາກນະຄອນຫຼວງວຽງຈັນ ແລະແຂວງໄຊຍະບູລີ ເຂົ້າຮ່ວມແຂ່ງຂັນລວມທັງໝົດ 23 ລໍາ.

ພາຍຫຼັງສຳເລັດການເປີດພິທີຢ່າງເປັນທາງການ ໄດ້ເລີ້ມການຕາມຕາຕະລາຄາດຄູ່ ໂດຍເລີ້ມຈາກເຮືອຊ່ວງນາງດຳ ນາງດ່ອນ ເປັນການເປີດສາກການແຂ່ງຂັນຕາມຮີດຄອງປະເພນີ, ສ່ວນການແຂ່ງຂັນຈະປະຕິບັດໃນຮູບແບບ ເສຍສອງຄັ້ງແລ້ວຂັດອອກ ພ້ອມທັງຈັດອັນດັບທີ່ ສ່ວນເຮືອທີ່ເສຍຄັ້ງໜື່ງ ແມ່ນສາມາດຊີງຂື້ນໄປເຖີງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວາ 1 ວັນຈືງຈະສຳເລັດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...