Homeຂ່າວສັ້ນບຸນ ຫຼື ບາບ ປ່ອຍເຕົ່າລົງບ່ອນມີກະແສນ້ຳໄຫລ...ຕາຍໝົດ! ບຸນ ຫຼື ບາບ ປ່ອຍເຕົ່າລົງບ່ອນມີກະແສນ້ຳໄຫລ…ຕາຍໝົດ! ຂ່າວສັ້ນຂ່າວເຫດການ Published on 15/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2449 ເຜີຍພາບສະຫຼົດ ຊາກເຕົ່າຕາຍ ຫຼັງຄົນມາເຮັດບຸນເອົາເຕົ່າໄປປ່ອຍລົງກະແສນ້ຳ ເຊິ່ງເຕົ່າແຕ່ລະຊະນິດບໍ່ຄືກັນມີທັງເຕົ່າບົກ ແລະ ເຕົ່ານ້ຳ ໃຫ້ສັງເກດກ່ອນປ່ອຍ. ການປ່ອຍນົກ ປ່ອຍປາ ແລະ ສັດຕ່າງໆ ຖືເປັນວິທີການເຮັດບຸນທຳທານຕາມຄວາມເຊື່ອ ແຕ່ໃນການປ່ອຍສັດນັ້ນອາດຈະຕ້ອງສຶກສາກ່ອນ ແລະ ຄິດໃຫ້ຮອບຄອບເຖິງສະພາບແວດລ້ອມບ່ອນຈະໄປປ່ອຍ ວ່າມັນເໝາະສົມຕໍ່ການດຳເນີນຊີວິດຂອງມັນ ຫຼື ບໍ່ ເພາະບໍ່ດັ່ງນັ້ນອາດຈະກາຍເປັນຄວາມປາຖະໜາດີທີ່ສົ່ງຜົນຮ້າຍຕາມມາ. ເຊັ່ນກໍລະນີວັນທີ 12 ມີນາ 2016ທີ່ຜ່ານມາ ໄດ້ມີການເປີດເຜີນຈາກເຟສບຸ໊ກຊື່ Suvinit Aum Pornnavalai ໄດ້ໂພສຕ໌ພາບຊາກເຕົ່າຈຳນວນຫຼາຍທີ່ຖືກນຳໄປປ່ອຍໃນກະແສນ້ຳທີ່ ວັດໃຫຍ່ສຸວະທາຣາມ ຈັງຫວັງເພດບູລີ ໂດຍຊາກເຕົ່າທັງໝົດ ເປັນເຕົ່າທີ່ອາໃສເທິງບົກຫຼາຍກ່ວາໃນນ້ຳ. ວັນນີ້ລາວໂພສຕ໌ມີພາບຊະນິດຂອງເຕົ່າມາແນະນຳໃຫ້ຮູ້ ເພື່ອເປັນຂໍ້ມູນດີໆໃນເວລາທີ່ທ່ານໄປຊື້ເຕົ່າເພື່ອໄປປ່ອຍ ລັກສະນະເຕົ່າບົກ: ຮູບຊົງກະດອງສ່ວນຫຼາຍຈະເປັນໂຄມນູນສູງ ຂອບມີຄວາມໜາ ນ້ຳໜັກຫຼາຍກ່ວາເຕົ່ານ້ຳ ຂາມີເກັດໃຫຍ່ໄວ້ໃຊ້ຂຸດດິນ ຕີນມີລັກສະນະກົມ ແລະ ມີເລັບທີ່ແຂງແຮງ. ລັກສະນະເຕົ່ານ້ຳ: ກະດອງລຽບ ຮູບຊົງແບນຕ່ຳ ນູນຕ່ຳ ຂອບກະດອງບາງ ມີນ້ຳໜັກເບົາກ່ວາເຕົາບົກ ດັ່ງນັ້ນກ່ອນທີ່ທ່ານຈະຊື້ເຕົ່າໄປປ່ອຍທຸກຄັ້ງໃຫ້ທ່ານສຶກສາຂໍ້ມູນກ່ອນ ແລະ ສັງເກດເບິ່ງລັກສະນະຂອງເຕົ່າກ່ອນທີ່ຈະນຳມັນໄປປ່ອຍ ເພື່ອເຮັດໃຫ້ທ່ານໄດ້ບຸນຕາມທີ່ທ່ານປາຖະໜາໄວ້. ແຫລ່ງຂ່າວຈາກເວັບ: ພັນທິບດັອດຄອມ. Tagsຂ່າວເດັ່ນທຳບຸນ ບົດຄວາມຫຼ້າສຸດ ຂ່າວພາຍໃນ 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,... 07/05/2025 ຂ່າວພາຍໃນ ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່... 06/05/2025 ຂ່າວພາຍໃນ ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ... 06/05/2025 ແຮງງານລາວ ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ... 01/05/2025