spot_img
Homeຂ່າວການພັດທະນານ້ຳມັນເຊື້ອໄຟຖືກປັບເປັນໄລຍະ ແຕ່ສິນຄ້າອື່ນບໍ່ມີທ່າອ່ຽງຫຼຸດລົງ

ນ້ຳມັນເຊື້ອໄຟຖືກປັບເປັນໄລຍະ ແຕ່ສິນຄ້າອື່ນບໍ່ມີທ່າອ່ຽງຫຼຸດລົງ

Published on

oil

ນ້ຳມັນເຊື້ອໄຟຖືກປັບເປັນໄລຍະ ແຕ່ສິນຄ້າອື່ນບໍ່ມີທ່າອ່ຽງຫຼຸດລົງ

ແຕ່ທ້າຍປີ 2014 ມາຮອດປັດຈຸບັນລາຄານ້ຳມັນເຊື້ອໄຟຢູ່ຕະຫຼາດໂລກ ໄດ້ຫຼຸດລາຄາລົງເປັນລຳດັບ, ເຊັ່ນດຽວ ກັບຢູ່ ສປປ ລາວ ນ້ຳມັນເຊື້ອໄຟ ແຕ່ລະ ປະເພດຖືກປັບໂຕລົງ, ແຕ່ໃນນີ້ສິ່ງທີ່ໜ້າເປັນຫ່ວງແມ່ນບັນຫາລາຄາ ສິນຄ້າທຸກ ປະເພດບໍ່ທັນມີວີ່ແວວວ່າຈະຖືກປັບໃຫ້ມີທ່າອ່ຽງຫຼຸດລົງຄືແນວໃດຄືກັບການປັບ ລາຄານ້ຳມັນ, ເພື່ອເຮັດແນວໃດໃຫ້ຄ່າ ຄອງຊີບຂອງປະຊາຊົນຢູ່ທົ່ວທຸກແຂວງບໍ່ມີ ຄວາມຟຶດເຄືອງ.

ສຳລັບລາຄານ້ຳມັນເຊື້ອໄຟທີ່ຖືກປັບໂຕມາໃນຄັ້ງຫຼ້າສຸດນີ້: ສະເພາະນະຄອນຫຼວງວຽງຈັນ ແອັດຊັງທຳມະດາ ລິດລະ 8.060 ກີບ, ກາຊວນທຳມະດາ ລິດລະ7.060ກີບ, ແຂວງຄຳມ່ວນ ແອັດຊັງ ລິດລະ 8.090 ກີບ, ກາຊວນ ລິດລະ 7.080 ກີບ, ສະຫວັນນະເຂດ ແອັດຊັງ ລິດລະ 8.090 ກີບ, ກາຊວນ ລິດລະ 7.080 ກີບ, ຈຳປາສັກ ແອັດ ຊັງ ລິດລະ 8.110 ກີບ, ກາຊວນ ລິດລະ 7.110 ລີດ, ບໍ່ແກ້ວ ແອັດຊັງ ລິດລະ 8.160 ກີບ, ກາຊວນ ລິດລະ 7.160 ກີບ ແລະ ແຂວງຊຽງຂວາງ ແອັດຊັງ ລິດລະ 8.270 ກີບ, ກາຊວນ ລິດລະ 7.270 ກີບ ຕາມແຈ້ງການສະບັບເລກທີ

0589/ອຄ.ຄພນ ລົງວັນທີ 24 ມີນາ 2015 ແລະ ມີຜົນນຳ​ໃຊ້ນັບແຕ່ວັນທີ 25 ມີນາ 2015 ແຕ່ 6 ໂມງເຊົ້າເປັນຕົ້ນ ໄປຈົນກ່ວາຈະມີການປັບປ່ຽນລາຄາໃໝ່ອີກຄັ້ງ, ເຊິ່ງການປັບລາຄານ້ຳມັນເຊື້ອໄຟດັ່ງກ່າວນັບວ່າເປັນນິມິດໝາຍທີ່ດີ ສ້າງຄວາມພໍໃຈໃຫ້ກັບປະຊາຊົນ. ແຕ່ກົງກັນຂ້າມຄົນສ່ວນໃຫຍ່ໃຫ້ຄວາມສົນໃຈໃນຂະນະນີ້ ຍັງແມ່ນລາຄາສິນຄ້າຕ່າງໆ ເຊິ່ງທີ່ຜ່ານມາຊາວຄ້າຂາຍມັກເອົາລາຄານ້ຳມັນມາສວຍໂອກາດ ຂຶ້ນລາຄາສິນຄ້າຂອງຕົນຕາມລຳພັງ ເຊັ່ນວ່າ: ສິນຄ້າ ຍຸດທະສາດ, ເຄື່ອງວັດສະດຸກໍ່ສ້າງ, ເຫຼັກ, ຊີມັງ, ເຂົ້າ ແລະ ສິນຄ້ານຳເຂົ້າອື່ນໆບາງປະເພດຍັງຮັກສາລາຄາເດີມ, ບາງປະເພດສູງກ່ວາເກົ່າ, ນອກຈາກນີ້ ສິນຄ້າບໍລິໂພກອື່ນໆກໍ່ນັບວ່າຍັງຢູ່ໃນລາຄາເດີມ ເຊັ່ນດຽວກັນຄ່າບໍລິການ ດ້ານການຂົນສົ່ງ​ອື່ນໆ, ລາຄານ້ຳມັນຖືກປັບໂຕລົງຫຼາຍຄັ້ງແຕ່ຄ່າໂດຍສານຄ່າໂດຍສານບໍ່ເຫັນຈະປັບໂຕຄືແນວ ໃດ ຕົວຢ່າງ​ຄື​ປັດຈຸບັນ​ຄ່າ ລົດ​ເມ​ທຳ​ມະ​ດານະຄອນຫຼວງວຽງຈັນ-ຜົາສາລີ 195.000ກີບ, ນະຄອນຫຼວງ-ຫຼວງພະ​ບາງ 110.000 ກີບ, ນະຄອນຫຼວງ-ສະຫວັນ​ນະ​ເຂດ 75.000 ກີບ, ນະຄອນຫຼວງ-ຈຳປາ​ສັກ 110.000 ກີບ ​ແລະ ນະຄອນຫຼວງ-​ໄຊ​ຍະ​ບູລີ 110.000 ກີບ ​ໂດຍ​ລວມ​ແລ້ວ​ແມ່ນ​ຍັງ​ຢູ່​ໃນ​ລາຄາ​ເກົ່າ ​ແລະ ຕໍ່ສະພາບ​ແບບ​ນີ້​ກໍ​ຍັງ​ບໍ່ທັນ​ມີ​ພາກສ່ວນທີ່​ກ່ຽວຂ້ອງ​ໃດ​ເຂົ້າ​ໃສົນ​ໃຈ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...