spot_img
Homeຂ່າວຕ່າງປະເທດນິວຊີແລນ ກຽມອອກກົດໝາຍຫ້າມໄວໝຸ່ມຮຸ່ນໃໝ່ນໍາໃຊ້ຢາສູບ ຕັ້ງເປົ້າໃຫ້ສັງຄົມປາດສະຈາກຢາສູບຢ່າງຖາວອນ

ນິວຊີແລນ ກຽມອອກກົດໝາຍຫ້າມໄວໝຸ່ມຮຸ່ນໃໝ່ນໍາໃຊ້ຢາສູບ ຕັ້ງເປົ້າໃຫ້ສັງຄົມປາດສະຈາກຢາສູບຢ່າງຖາວອນ

Published on

ວັນ​ທີ 9 ທັນ​ວາ 2021, ສຳ​ນັກ​ຂ່າວ​ຕ່າງປະເທດລາຍງານວ່າ ນິວ​ຊີ​ແລນ​ມີ​ແຜນ​ຈະ​ອອກ​ກົດ​ໝາຍ​ຫ້າມ​ຄົນ​ທີ່​ເກີດ​ຫຼັງ​ປີ 2008​ ​ຊື້​ຢາ​ສູບ ​ຫຼື ຜະລິດ​ຢາ​ສູບ​ຕະຫຼອດ​ຊີ​ວິດ. ຄາດວ່າຈະມີຜົນບັງຄັບໃຊ້ພາຍໃນປີ 2022.

ລັດຖະມົນຕີກະຊວງສາທາລະນະສຸກນິວຊີແລນ ທ່ານ ດຣ Ayisa Verral ກ່າວວ່າ: “ພວກ​ເຮົາ​ຕ້ອງ​ການ​ໃຫ້​ແນ່​ໃຈວ່​າ​ຄົນ​ຮຸ່ນໃໝ່ຈະ​ເລີ່ມ​ຕົ້ນ​ບໍ່​ສູບ​ຢາ​ເລີຍ. ສະນັ້ນ, ພວກເຮົາຈຶ່ງເຮັດໃຫ້ມັນຜິດກົດໝາຍທີ່ຈະຂາຍ ຫຼື ສະໜອງຜະລິດຕະພັນຢາສູບໃຫ້ກັບໄວໜຸ່ມ”

ແຜນການດັ່ງກ່າວເປັນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານ ເພື່ອຫຼຸດຜ່ອນອັດຕາການສູບຢາໃຫ້ຕໍ່າກວ່າ 5% ຂອງປະຊາກອນທັງໝົດ ພາຍໃນປີ 2025 ແລະ ເຮັດໃຫ້ນິວຊີແລນເປັນປະເທດທີ່ບໍ່ມີຢາສູບເລີຍ.

“ການສູບຢາແມ່ນໜຶ່ງໃນສາເຫດຕົ້ນຕໍ ຂອງການເສຍຊີວິດ ທີ່ສາມາດປ້ອງກັນໄດ້ໃນນິວຊີແລນ ແລະ ມັນເປັນສາເຫດຂອງມະເຮັງໃນອັດຕາສູງເຖິງຫນຶ່ງໃນສີ່” ທ່ານດຣ Verral ກ່າວ.

ນອກເຫນືອຈາກການຈໍາກັດອາຍຸຂອງຜູ້ສູບຢາ. ລັດຖະບານນິວຊີແລນຍັງຈະເພີ່ມຂໍ້ຈໍາກັດໃນດ້ານອື່ນໆເຊັ່ນ: ຫຼຸດຜ່ອນຈໍານວນຮ້ານທີ່ຂາຍຢາສູບລົງ, ຢາສູບຈະບໍ່ໄດ້ຖືກອະນຸຍາດໃຫ້ຂາຍໃນສັບພະສິນຄ້າ ແລະ ຮ້ານຂາຍເຄື່ອງຍ່ອຍ, ລວມທັງການກໍານົດປະລິມານສານ nicotine ສໍາລັບການຜະລິດເຂົ້າຢາສູບໃຫ້ຢູ່ໃນລະດັບຕໍ່າ ແລະ ​ເພີ່ມ​ທະວີ​ການ​ຈຳກັດ​ການ​ໂຄສະນາ​ຢາສູບ​ໃຫ້​ເຂັ້ມ​ງວດ​ຂຶ້ນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​​ນະ​ໂຍບາຍດັ່ງກ່າວ​ຂອງ​ລັດຖະບານ​ ຈະໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ບັນດາ​ແພດ​ໝໍ ​ແລະ ບັນດາ​ຜູ້​ຊ່ຽວຊານ​ດ້ານ​ສາທາລະນະ​ສຸກ​ໃນ​ທົ່ວ​ປະ​ເທດ ​ເຫັນ​ວ່າ ນິວຊີແລນຈະກາຍເປັນຜູ້ນໍາຂອງໂລກໃນການຄວບຄຸມການສູບຢາຢ່າງຈິງຈັງ, ​ແຕ່ກໍ​ຍັງ​ມີ​ຫຼາຍ​ຝ່າຍ ​ທີ່​ໄດ້​ສະ​ແດງ​ຄວາມ​ກັງວົນ​ວ່າ ການກໍານົດ​ປະລິມານສານ​ນິ​ໂຄ​ຕິນ ​ອາດ​ເປັນ​ພາ​ລະ​ຂອງ​ຜູ້​ມີ​ລາຍ​ໄດ້​ຕ່ຳ​ທີ່​ຕ້ອງ​ຈ່າຍ​ຄ່າ​ຢາ​ສູບ​ຫຼາຍ​ຂຶ້ນ ​ເພື່ອ​ຈະ​ໄດ້​ຮັບ​ສານນິ​ໂຄ​ຕິນ​ໃນ​ປະ​ລິ​ມານ​ດຽວ​ກັນ ແລະ ອາດຈະເຮັດໃຫ້ເກີດບັນຫາ ການຈໍາໜ່າຍຢາສູບທີ່ຜິດກົດໝາຍເກີດຂຶ້ນຕາມມາ.

ອ້າງອີງ: Workpointtoday

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...