ນາໂຕ້ ກຽມຊ້ອມຮົບຄັ້ງໃຫຍ່! ລະດົມພົນ 360,000 ຄົນ ຈາກ 30 ປະເທດເຂົ້າຮ່ວມ!

EyWwB5WU57MYnKOuXuXQG3UD3NtP4iB33DctYXHmgaqlgnDDwMGaXi

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ກໍລະກົດຜ່ານມານີ້ ໂດຍອ້າງ ອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ (NATO) ໄດ້ຖະແຫລງໃນວັນພຸດທີ 15 ກໍລະກົດຜ່ານມານີ້ວ່າ ນາໂຕ້ກຳລັງກຽມຈັດການຊ້ອມຮົບຄັ້ງໃຫຍ່ ໃນລະດູມໃບໄມ້ຫລົ່ນທີ່ຈະມາເຖິງນີ້ ໃນຊື່ “Trident Juncture 2015” ໂດຍຈະມີກອງກຳລັງພົນເຂົ້າຮ່ວມ ຫລາຍກ່ວາ 36,000​ ຄົນ ຈາກ 30 ປະເທດພັນທະມິດ ແລະ ປະເທດຄູ່ສັນຍາ ເຊິ່ງຈະຈັດຂຶ້ນຢູ່ຫລາຍເຂດ ແລະ ຫລາຍປະເທດເຊັ່ນ: ອີຕາລີ, ປັອກຕຸຍການ, ແອັດສະປາຍ, ມະຫາສະໝຸດແອັດແລນຕິກ, ທະເລແມດິແຕຣານຽນ, ການາດາ, ນອກແວ, ເຢຍລະມັນ, ແບນຊິກ ແລະ ໂຮນລັງ ໂດຍການຊ້ອມຮົບຄັ້ງນີ້ ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 3 ຕຸລາ ເຖິງ 6 ພະຈິກ 2015 ແລະ ຈະເປັນຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ປີ 2002 ເປັນຕົ້ນມາ.

NjpUs24nCQKx5e1D7IIjHLDPmJ1YjSLfdENsvyu2lU3

NjpUs24nCQKx5e1D7IIjHLDPmJ1YjSMbCMGZN3LMuQ9