spot_img
Homeຂ່າວພາຍ​ໃນນາຍົກແຫ່ງ ສປປ ລາວເຂົ້າຮ່ວມກອງປະຊຸມສຸດຍອດຈີ 7 ທີ່ຍີ່ປຸ່ນ

ນາຍົກແຫ່ງ ສປປ ລາວເຂົ້າຮ່ວມກອງປະຊຸມສຸດຍອດຈີ 7 ທີ່ຍີ່ປຸ່ນ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາກຸ່ມປະເທດອຸດສາຫະກໍາຂະຫຍາຍຕົວໄວທີ່ສຸດຈີ 7 (ການາດາ,ຝຣັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ອັງກິດ, ສະຫະລັດອາເມລິການ ແລະ ສະຫະພາບເອີຣົບ) ທີ່ຈັດຂຶ້ນລະຫວ່າງວັນທີ 26-27 ພຶດສະພາ 2016 ທີ່ເມືອງອິເຊະ ຊິມະ ແຂວງມິເອະຂອງຍີ່ປຸ່ນ ເຊິ່ງບັນດາການນໍາຈາກແຕ່ລະຊາດໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນບົດກ່ຽວກັບການພັດທະນາພາຍໃນປະເທດ ແລະ ພາກພື້ນຕ່າງໆເພື່ອຊອກຫາຊ່ອງທາງ ແລະ ມາດຕະການຊຸກຍູ້ການເຕີບໂຕເສດຖະກິດຂອງພື້ນອາຊີກໍຄືການຮ່ວມມືເພື່ອບັນລຸວະຮອດປີ 2030 ໃນການພັດທະນາແບບຍືນຍົງໂດຍຜ່ານມາການຊຸກຍູ້ພັດທະນາພື້ນຖານໂຄງລ່າງທີ່ທັນສະໄໝ,ບັນຫາການຄ້າ, ເສດຖະກິດ, ນະໂຍບາຍຕ່າງປະເທດ, ການປ່ຽນແປງດິນຟ້າອາກາດ, ພະລັງງານ, ການລົງການທຶນເຂົ້າໃນການພັດທະນາພື້ນໂຄງລ່່າງທີ່ມີຄຸນນະພາບ, ສຸຂະພາບ, ການເມືອງ, ຕ້ານ ແລະ ສະກັດກັ້ນການກໍ່ການຮ້າຍ ແລະ ອື່ນໆ.

47.2 47.3

ໂດຍ: ເກີດຂວັນໃຈ

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...