spot_img
Homeກອງປະຊຸມສຸດຍອດອາຊຽນນາຍົກລັດຖະມົນຕີ ກວດກາສະຖານທີ່ ຕ້ອນຮັບ ແລະ ຈັດກອງປະຊຸມສຸດຍອດອາຊຽນ

ນາຍົກລັດຖະມົນຕີ ກວດກາສະຖານທີ່ ຕ້ອນຮັບ ແລະ ຈັດກອງປະຊຸມສຸດຍອດອາຊຽນ

Published on

ໃນວັນທີ 6 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາສະຖານທີ່ຕ່າງໆ ເພື່ອກຽມຄວາມພ້ອມ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ໃນນັ້ນ, ໄດ້ລົງກວດກາສະຖານທີ່ຕ້ອນຮັບຄະນະຜູ້ແທນ ຢູ່ສະໜາມບິນສາກົນວັດໄຕ ແລະ ລົງກວດກາສະຖານທີ່ຈັດກອງປະຊຸມ ຢູ່ຫໍປະຊຸມແຫ່ງຊາດ ເພື່ອຊີ້ນໍາວຽກງານຕ່າງໆ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິ ບັດວຽກງານຕາມການມອບໝາຍ, ເປັນເຈົ້າການເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ ເພື່ອຮັບປະກັນເຮັດໃຫ້ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ດຳເນີນໄປດ້ວຍຜົນສຳເລັດ.

ແຫຼ່ງຂ່າວ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...