spot_img
Homeຂ່າວພາຍ​ໃນນັກເລງລັກສາຍໄຟ 3 ຄົນ ຖືກຈັບດຳເນີນຄະດີ ເຄີຍກໍ່ເຫດມາແລ້ວ 3 ຄັ້ງ

ນັກເລງລັກສາຍໄຟ 3 ຄົນ ຖືກຈັບດຳເນີນຄະດີ ເຄີຍກໍ່ເຫດມາແລ້ວ 3 ຄັ້ງ

Published on

ວັນທີ 26 ກໍລະກົດ 2022, ພັທ ສີທົນ ພົມມະວົງ ຫົວໜ້າ ປກສ ກຸ່ມ 1 ຄົກເພີງ ໃຫ້ຮູ້ວ່າ: ເວລາ 9 ໂມງ ປກສ ກູ່ມ 1 ຄົກເພີງ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຈາກ ພະນັກງານບໍລິສັດ ສະໄກ ຂຸດຄົ້ນແຮ່ຄຳ ວ່າ: ມີຄົນຮ້າຍລັກສາຍໄຟຂອງບໍລິສັດ ຈຶ່ງລົງກວດກາສະຖານທີ່ເກີດເຫດ ແລະ ກຳນົດໄດ້ເປົ້າໝາຍກໍ່ເຫດ. ຕົກມາຮອດເວລາ 11:00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ ປກສ ຈຶ່ງໄດ້ເຂົ້າຈັບຕົວເປົ້າ ໝາຍໄດ້ຈຳນວນ 3 ຄົນຄື: ທ້າວ ຄານ ອາຍຸ 38 ປີ; ທ້າວ ທິດ ອາຍຸ 33 ປີ ແລະ ທ້າວ ຫຼ້າ ອາຍຸ 30 ປີ ທັງ 3 ເປັນກຳມະກອນ ຢູ່ບ້ານຫ້ວຍຄຳ ເມືອງສັງທອງ ພ້ອມນຳຕົວມາສອບສວນ.

ຜ່ານການສອບສວນ, ພວກກ່ຽວທັງ 3 ໃຫ້ການຮັບສາລະພາບວ່າ: ໃນໄລຍະຜ່ານມາ, ພວກກ່ຽວ ໄດ້ຮ່ວມກັນເຄື່ອນໄຫວລັກສາຍໄຟຂອງ ບໍລິສັດ ສະໄກຂຸດຄົ້ນແຮ່ຄຳ ມາແລ້ວ 3 ຄັ້ງ ໂດຍໄດ້ໄປລັກເອົາສາຍໄຟໂລຢູ່ແຕ່ລະຈຸດ ທີ່ບໍລິສັດດຶງສາຍໄຟຂຶ້ນໄປຫາບ່ອນເຮັດວຽກ ເມື່ອໄດ້ສາຍໄຟມາແລ້ວກໍ່ເອົາໄປຂາຍໃຫ້ກັບຮ້ານຮັບ-ຊື້ເຫຼັກເສດ ແລ້ວເອົາເງິນມາປັນກັນໃຊ້ຈ່າຍຈົນໝົດ ແລະ ຄັ້ງລ່າສຸດໃນວັນທີ 26 ກໍລະກົດ 2022, ໄດ້ພາກັນໄປລັກສາຍ ໄຟອີກ ຈຶ່ງຖືກເຈົ້າໜ້າທີ່ ປກສ ກຸ່ມ 1 ຄົກເພິງເຂົ້າຈັບຕົວ.

ປັດຈຸບັນ, ໄດ້ນໍາຕົວພວກກ່ຽວ ສົ່ງໃຫ້ ປກສ ເມືອງສັງທອງ ດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...