spot_img
Homeຂ່າວພາຍ​ໃນນະຄອນຫຼວງວຽງຈັນ ກຽມຈັດຫຼາຍກິດຈະກຳ ທີ່ປະຕູໄຊ

ນະຄອນຫຼວງວຽງຈັນ ກຽມຈັດຫຼາຍກິດຈະກຳ ທີ່ປະຕູໄຊ

Published on

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 27 ພະຈິກ 2023 ໃຫ້ຮູ້ວ່າ:
ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ (ວັນຊາດທີ 2 ທັນວາ) ຄົບຮອບ 48 ປີ ເຊິ່ງ ນວ ເປັນເມືອງໜຶ່ງທີ່ເກົ່າແກ່ຕິດພັນກັບປະຫວັດສາດອັນຍາວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊາດລາວແຕ່ລະຍຸກແຕ່ລະສະໄໝ ພາຍຫຼັງ ສປປ ລາວ ໄດ້ສະຖາປະນາໃນປີ 1975 ນວ ກໍໄດ້ຮັບການພັດທະນາຢ່າງຮອບດ້ານ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ໃນນີ້ອັນພົ້ນເດັ່ນແມ່ນສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນຊາວ ນວ ໄດ້ມີຜົນສຳເລັດ ເສດຖະກິດເຕີບຢ່າງຕໍ່ເນື່ອງ ໃນປີ 2023 ຍອດຜະລິດຕະພັນພາຍໃນ (GDP) ຂອງ ນວ ໄດ້ 72.000 ກວ່າຕື້ ເກືອບເທົ່າກັບ 30% ຂອງ GDP ທົ່ວປະເທດ ການຈັດເກັບລາຍຮັບໃນ ນວ ໄດ້ 10.000 ກວ່າຕື້ ລວມໃສ່ລາຍຮັບແຫ່ງຊາດ ນວ ກວມເອົາ 50% ຂອງລາຍຮັບງົບປະມານທົ່ວປະເທດ ລາຍຮັບສະເລ່ຍຕໍ່ຫົວຄົນໃນປີ 2023 ເທົ່າກັບ 6.000 ໂດລາຕໍ່ຄົນ ເມືອທຽບຄືນຫຼັງປີ 1975 ແມ່ນເພີ່ມຂຶ້ນ 30 ເທື່ອຈາກລາຍຮັບຕໍ່ຫົວຄົນ ພ້ອມກັນນັ້ນຕົວເມືອງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງເຮັດໃຫ້ ນວ ມີໂສມໜ້າໃໝ່ ການພົວພັນກັບບັນດານະຄອນຕ່າງໆກໍກວ້າງຂວາງ ແລະ ກ້າວເຂົ້າສູ່ລວງເລີກ ສັງລວມແລ້ວພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວດ້ວຍຄວາມຮັບຜິດຊອບທາງດ້ານການເມືອງ ແລະ ຄວາມສູ້ຊົນຂອງຄະນະພັກ ອົງການປົກຄອງຂອງ ນວ ທຸກຂັ້ນ ມູນເຊື້ອຄວາມສາມັກຄີຮັກແພງ ຄວາມເປັນເຈົ້າການຂອງປະຊາຊົນເຮັດໃຫ້ ນວ ມີການພັດທະນາຢ່າງຕໍ່ເນື່ອງ ຄວາມກ້າວເດີນຕາມເສັ້ນທາງທີ່ສະຫວ່າງສະໄຫວຂຶ້ນເລື້ອຍໆ.

ສຳລັບກິດຈະກຳໃນການສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ ຄົບຮອບ 48 ປີ ຕິດພັນກັບການສະເຫຼີມສະຫຼອງວັນເກີດປະທານໄກສອນພົມວິຫານ ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຕຳໄຕ ສີພັນດອນ ຄົບຮອບ 100 ປີ ນວ ໄດ້ກະກຽມໃນການຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນດັ່ງກ່າວດ້ວຍການປາຖະກະຖາເລົ່າມູນເຊື້ອຂອງວັນຊາດ ວັນພະບູລຸດໃຫ້ທົ່ວເຖິງ ກິດຈະກຳຕ່າງໆໂດຍເລັ່ງໃສ່ການຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ສ້າງຂະບວນການປູກຈິດສຳນຶກປະຊາຊົນຊາວ ນວ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງວັນຊາດ ພ້ອມກັນນັ້ນກໍໄດ້ມີການແຂ່ງຂັນນັກຮ້ອງສຽງດີ ຄາດວ່າຈະໄດ້ປະກາດຜົນ ແລະ ມອບລາງວັນໃນວັນຊາດ ກິດຈະກຳຕ່າງໆຈະຈັດຢູ່ສວນປະຕູໄຊ ໃຫ້ມວນຊົນໄດ້ເຂົ້າຮ່ວມຊົມການສະແດງສິນລະປະວັນນະຄະດີ ການສະແດງກາຍະສິນ ການເປີດໃຫ້ຂຶ້ນຊົມປະຕູໄຊໂດຍບໍ່ເສຍຄ່າ.

ທີ່ມາ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...