spot_img
Homeຂ່າວພາຍ​ໃນລາວຈະໄດ້ຫຍັງຈາກການຢ້ຽມຢາມ ຂອງ ບາຣັກ ໂອບາມາ ?

ລາວຈະໄດ້ຫຍັງຈາກການຢ້ຽມຢາມ ຂອງ ບາຣັກ ໂອບາມາ ?

Published on

barack-obama-300
ຂປລ. ແຫລ່ງຂ່າວໄທເປີດເຜີຍຜ່ານວິທະຍຸ ຕອນເຊົ້າເວລາ 7:30 ຂອງວັນທີ 5 ພະຈິກ 2015 ນີ້ວ່າ: ທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ອາເມລິກາມີແຜນຈະຢ້ຽມຢາມ ສປປ ລາວຢ່າງເປັນທາງການໃນຕົ້ນປີ 2016 ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອອ້ມທີ່ສປປ ລາວຈະເປັນເຈົ້າພາບ ເຊິ່ງຖືວ່າເປັນບາດກ້າວສໍາຄັນໃນປະຫວັດສາດລາວ ທີ່ບໍ່ເຄີຍມີມາກ່ອນ ແລະ ພວມສົ່ງສັນຍານ ເຖິງການຮັດແໜ້ນສາຍພົວພັນການຮ່ວມມື ທີ່ມີຫລາຍສີຫລາຍສັນສອງຝ່າຍ. ເວລານັ້ນ ທ່ານ ບາຣັກ ໂອບາມາອາດໄດ້ມີໂອກາດ ທີ່ດີໄດ້ໄປຢ້ຽມຊົມຂຸມລະເບີດນ້ອຍໆໃຫຍ່ໆ ຢັງຢາຍຊະຊາຍຕາມທົ່ງພຽງ ແລະ ສັນພູໃນລາວ ໂດຍສະເພາະແຂວງຊຽງຂວາງທີ່ເຕັມໄປດ້ວຍ ມໍລະດົກບາບ ຫລື ເອີ້ນວ່າເສດເຫລັກລະເບີດທີ່ຍັງບໍ່ທັນແຕກ ແລະ ແຕກແລ້ວ. ພ້ອມນີ້ຍັງຈະໄດ້ພົບປະໂອ້ລົມກັບກັບປະຊາຊົນ ແລະ ເດັກນ້ອຍພິການຈາກລູກລະເບີດບໍ່ທັນແຕກ ໃນເຂດຊົນນະບົດທີ່ບັນດາຕ່າງປະເທດຮັບຮູ້ ແລະ ເຂົ້າໃຈວ່າເປັນບ່ອນອັນຕະລາຍທີ່ປະຊາຊົນ ບໍ່ສາມາດດໍາເນີນການຜະລິດກະສິກໍາ ແລະ ເຮັດກິດຈະກໍາຕ່າງໆໄດ້ສະດວກ ຍ້ອນຢ້ານລະເບີດຝັງດິນແຕກໃສ່ ເຊິ່ງບັນຫາດັ່ງກ່າວນັ້ນໄດ້ສ້າງຄວາມເຈັບປວດ, ຄວາມທຸກທໍລະມານ ແລະ ກໍເປັນການຍາກພໍສົມຈະແກ້ໄຂຄວາມທຸກຍາກໄດ້. ຖ້ານັບຖອຍຫລັງຄືນໃນອະດີດຈົນຮອດປັດຈຸບັນ ບໍ່ພຽງແຕ່ສະຫະລັດອາເມລິກາ ໄດ້ມີຄວາມຈິງໃຈຊ່ວຍເຫລືອທຶນຮອນໃຫ້ແກ່ລາວ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ແຕ່ຫາກບັນດາປະເທດສະມາຊິກ ສະຫະພາບເອີຣົບ, ຍີ່ປຸ່ນ ແລະ ປະເທດອື່ນໆ ກໍຍິ່ງມີຄວາມກະຕືລືລົ້ນ ແລະ ເອົາໃຈໃສ່ເປັນພິເສດໃນການຊ່ວຍເຫລືອລາວ ແບບທາງກົງ ແລະ ທາງອອ້ມ ເຊິ່ງພວກເຮົາບໍ່ສາມາດນັບໄດ້ຢ່າງຄົບຖ້ວນ. ສະນັ້ນ, ການມາຢ້ຽມຢາມຄັ້ງນີ້ ສາຍພົວພັນການຮ່ວມມື ແລະ ຖານະບົດບາດລະຫວ່າງ ສປປ ລາວ ແລະ ສະຫະລັດອາດຖືກຍົກຂຶ້ນໃນເວທີສາກົນ ສູງກວ່າຜ່ານມາ ພ້ອມດຽວກັນນັ້ນ ບັນດາປະເທດຕ່າງໆ ທົ່ວໂລກຈະຫັນໜ້າເບິ່ງ ສປປ ລາວໃນຫລາຍແງ່ມູມ ທີ່ແຕກຕ່າງກັນໃນດ້ານການເມືອງ, ການລົງທຶນ, ການຄ້າ ແລະ ອື່ນໆ. 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...